VOV WorldVOV World
AMM -50 ເຊີດຊູຄັນທຸງສາມັກຄີຂອງ ອາຊຽນ
03/08/2017 09:54
(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50) ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນແຕ່ວັນທີ 4 ວັນທີ 8 ສິງຫາ. ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມ, ສືບຕໍ່ທິດນຳເປັນເຈົ້າການ, ຕັ້ງຫນ້າ, ຢືດໝັ້ນຫລັກໝັ້ນ, ມີຄວາມໄຫວພິບ ແລະ ມີຄວາມຄ່ອງແຄ້ວໃນການແກ້ໄຂບັນດາບັນຫາສັບສົນບົນພື້ນຖານຮັບປະກັນຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນອາຊຽນ ແລະ ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ, ຜ່ານນັ້ນ ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນອາຊຽນ, ຢູ່ ພາກພື້ນ ອາຊີ ປາຊີຟີກ ກໍຄືໃນໂລກ.
AMM -50 ເຊີດຊູຄັນທຸງສາມັກຄີຂອງ ອາຊຽນ
 ພາບປະກອບ ນີ້ແມ່ນບັນດາກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດສຳຄັນທີ່ສຸດໃນປີ ຂອງອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ບັນດາກອງປະຊຸມດຳເນີນໃນສະພາບການສາກົນ ແລະ ພາກພື້ນ ສືບຕໍ່ຜັນແປໄປຢ່າງສັບສົນ. ການປັບປຸງນະໂຍບາຍຢ່າງແຮງພາໄປເຖິງການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບເພີ່ມຂຶ້ນ, ບັນດາສິ່ງທ້າທາຍອາດຊະຍາກຳ ແລະ ອາດຊະຍາກຳແບບໃຫມ່ ດ້ວຍບັນດາຈຸດຮ້ອນເຮັ່ງໃນພາກພື້ນ ຮຽກຮ້ອງບັນດາປະເທດຄວນຮ່ວມມືນຳກັນຢ່າງແຫນ້ນແຟ້ນເພື່ອພ້ອມກັນຮັບມື.
TAG
VOV/VOVworld/ສາມັກຄີ