VOV WorldVOV World
ອະນາຄົດຂອງ ອັງກິດ ແລະ Brexit ພາຍຫລັງການເລືອກຕັ້ງ
15/06/2017 10:28
(VOVWORLD) -ພັກຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ສືບຕໍ່ຍາດໄດ້ທີ່ນັ່ງຫລາຍກວ່າໝູ່ (318 ທີ່ນັ່ງ) ໃນການເລືອກຕັ້ງກ່ອນກຳນົດເວລາ ເມື່ອວັນທີ 8 ມິຖຸນາ ຫວ່າງແລ້ວນີ້ ແຕ່ບໍ່ຄົບຕາມຈຳນວນບັດທີ່ຕ້ອງການກວ່າເຄິ່ງຫນຶ່ງ(326 ບັດ) ຊ້ຳບໍ່ໜຳ ຍັງ ຂາດ 12 ທີ່ນັ່ງເມື່ອທຽບໃສ່ການເລືອກຕັ້ງຄັ້ງກ່ອນນີ້ໃນສະພາແຫ່ງຊາດ. ໃນຂະນະນັ້ນ, ພັກກຳມະກອນ ຍາດໄດ້ 262 ທີ່ນັ່ງ, ເພີ່ມຂຶ້ນ 30 ທີ່ນັ່ງ ເມື່ອທຽບໃສ່ກ່ອນນີ້ໃນສະພາແຫ່ງຊາດ. ໝາກຜົນດັ່ງກ່າວ ເຮັດໃຫ້ອັງກິດ ຢືນຢູ່ຕໍ່ຫນ້າໄພຂາດສະຖຽນລະພາບ, ພ້ອມກັບຜົນການເຈລະຈາຖອນອອກຈາກ ສະຫະພາບເອີລົບ ບໍ່ໄດ້ຮັບຜົນດີ ແລະ ສະພາບກໍ່ການຮ້າຍຍັງສືບຕໍ່ເກີດຂຶ້ນ. ບົດຂຽນຂອງນັກຂ່າວ ທູຮວາ.
ອະນາຄົດຂອງ ອັງກິດ ແລະ Brexit ພາຍຫລັງການເລືອກຕັ້ງ
 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພາຍຫລັງການເລືອກຕັ້ງ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ສະແດງຄວາມຕັດສິນໃຈ ສ້າງຕັ້ງລັດຖະບານໃຫມ່ ນຳປະເທດຊາດ ຜ່ານຜ່າສະພາບການສັບສົນໃນວິວັດການເຈລະຈາກ່ຽວກັບ Brexit ຈະມາເຖິງ. ເພື່ອແກ້ໄຂສະພາບການນີ້, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມມານະພະຍາຍາມສ້າງຕັ້ງລັດຖະບານສ່ວນຫນ້ອຍ ດ້ວຍການສະຫນັບສະຫນູນຂອງພັກສະຫະພັນປະຊາທິປະໄຕ (DUP) ຢູ່ ໄອແລນເຫນືອ, ຊື່ງແມ່ນ ພັກຍາດໄດ້ 10 ທີ່ນັ່ງ ຢູ່ ສະພາຕ່ຳ ໃນການເລືອກຕັ້ງຜ່ານມາ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ດຳເນີນການປະຕິຮູບຄະນະລັດຖະບານສຳລັບຕ່ຳແຫນ່ງຫລັກແຫລ່ງສ່ວນຫລາຍໃນລັດຖະບານ ເພື່ອໃຫ້ບັນດາສະມາຊິກລັດຖະບານ ຊ່ວຍທ່ານນາງ ແບກຫາບບັນດາຫນ້າທີ່ສຳຄັນ, ລວມທັງວິວັດການເຈລະຈາກ່ຽວກັບ Brexit ຕາມແຜນການວາງອອກ.
TAG
VOV/VOVworld/ຂາດສະຖຽນລະພາບ

More