APEC 2017: ຍາດແຍ່ງກາລະໂອກາດໂຄສະນາຫວຽດນາມ ອອກສູ່ໂລກ
20/10/2017 09:19
(VOVWORLD) -ຍັງອີກພຽງສອງສາມມື້, ສັບປະດາຂັ້ນສູງ APEC 2017 ຈະດຳເນີນຢູ່ ນະຄອນ ດາຫນັງ. ຫວຽດນາມ ໃນຖານະເປັນປະເທດເຈົ້າພາບຂອງປີ APEC 2017 ໄດ້ກຽມພ້ອມໃຫ້ແກ່ເຫດການສຳຄັນທີ່ສຸດໃນປີ 2017. ສັບປະດາຂັ້ນສູງ APEC 2017 ຄາດວ່າຈະດຶງດູດນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດນັບພັນໆຄົນເຂົ້າຮ່ວມລາຍງານຂ່າວ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ແນະນຳໃຫ້ເພື່ອນມິດສາກົນເຫັນໄດ້ປະເທດຫວຽດນາມ ແມ່ນປະເທດ ຂະຫຍັນຂັນເຄື່ອນ, ມີການປ່ຽນໃຫມ່, ເຕັມໄປດ້ວຍມູນເຊື້ອ ປະຫວັດສາດ, ວັດທະນະທຳ ແລະ ປະຊາຊົນ ມີຄວາມຮັກແພງແຂກຄົນ.

ກໍ່ສ້າງກິດຈະກຳສຳເລັດເພື່ອຮັບໃຊ້ກອງປະຊຸມ APEC 2017. ສັບປະດາຂັ້ນສູງ APEC ແມ່ນການເຄື່ອນໄຫວສຸດທ້າຍ ແລະ ສຳຄັນກວ່າໝູ່ໃນປີ APEC 2017. ດ້ວຍບົດບາດເປັນເຈົ້າພາບ, ຫວຽດນາມ ພວມມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ສັບປະດາຂັ້ນສູງ APEC.
TAG
VOV/VOVworld/ບົດບາດເປັນເຈົ້າພາບ
Related








