VOV WorldVOV World
APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ
15/05/2017 06:59
(VOVWORLD)-ວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ສືບຕໍ່ດຳເນີນບັນດາກອງປະຊຸມສຳຄັນໃນຂອບເຂດປີ APEC 2017. ໂດຍອີງໃສ່ຫົວເລື່ອງລຸລ່ວງຂອງປີ APEC 2017 ແມ່ນ “ສ້າງກຳລັງໜູນໃໝ່ຕື່ມອີກ, ພ້ອມກັນເພີ່ມພູນຄຸນສ້າງໃຫ້ອະນາຄົດລວມ”, ບັນດາກອງປະຊຸມຄັ້ງນີ້ສືບຕໍ່ມຸ່ງຈຸດສຸມສູ່ບັນຫາຊຸກຍູ້ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດໃນ APEC, ຊຸກຍູ້ການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງດ້ານເສດຖະກິດ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ປະຊາຄົມວິສາຫະກິດຫວຽດນາມ ກໍ່ພວມມານະພະຍາຍາມຍາດແຍ່ງກາລະໂອກາດ, ເພື່ອສ້າງການພົວພັນຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືໃນພາກພື້ນ. ບົດຂຽນ “APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ” ຂອງນັກຂ່າວ ແອ໋ງຮ່ວຽນ.
APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ
 ທ່ານ ຮ່ວາງວັນຢຸງ, ປະທານສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ຫວຽດນາມ (ພາບປະກອບ: VCCI) ອາດສາມາດຢືນຢັນໄດ້ວ່າ, ດ້ວຍຂອບຂະໜາດ ແລະ ຄວາມສຳຄັນຂອງຕົນ APEC ໄດ້ສົ່ງເສີມ ແລະ ຊຸກຍູ້ບັນດາວິສາຫະກິດມີອິດທິພົນຊື່ສຽງແຖວໜ້າຂອງໂລກມາທຳມາຫາກິນ, ດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ, ສ້າງກາລະໂອກາດໃໝ່ວິສາຫະກິດຫວຽດນາມ ຂຸດຄົ້ນ ແລະ ພັດທະນາ.
TAG
VOV/VOVworld/ອິດທິພົນຊື່ສຽງ

More