VOV WorldVOV World
APEC ຍາດແຍ່ງທ່າອ່ຽງໃໝ່, ມຸ່ງໄປເຖິງການພັດທະນາແບບຍືນຍົງ
09/05/2017 06:47
(VOVWORLD) - ນັບແຕ່ວັນທີ 09/05 ຈົນຮອດວັນທີ 21/05 ຢູ່ ຮ່າໂນ້ຍ ກໍ່ດຳເນີນບັນດາການເຄື່ອນໄຫວທີ່ນອນໃນຂອບເຂດປີ APEC 2017 ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໃຫຍ່ທີ 2 ໃນປີ 2017 ຊຶ່ງລວມມີບັນດາກອງປະຊຸມຂອງຄະນະກຳມະການ, ກຸ່ມປະຕິບັດງານ APEC ໃນຫລາຍຂົງເຂດທີ່ແຕກຕ່າງກັນ. ດ້ວຍຄວາມມານະພະຍາຍາມຂອງປະເທດເຈົ້າພາບ ຫວຽດນາມ, ບັນດາການເຄື່ອນໄຫວຄັ້ງນີ້ ມຸ່ງໄປເຖິງເປົ້າໝາຍ ນຳ APEC ສືບຕໍ່ແມ່ນກົນໄກຮ່ວມມືຮ່ວມສຳພັນເສດຖະກິດຢ່າງມີປະສິດທິຜົນ ແຖວໜ້າຂອງພາກພື້ນ, ຍາດແຍ່ງທ່າອ່ຽງໃໝ່, ນຳໜ້າລິເລີ່ມໃນການຊຸກຍູ້ບັນດາແນວຄວາມຄິດຮ່ວມສຳພັນເສດຖະກິດ ໃນ ສະພາບການຢູ່ພາກພື້ນ ແລະ ໂລກພວມຜັນແປຢ່າງສັບສົນ.
APEC ຍາດແຍ່ງທ່າອ່ຽງໃໝ່, ມຸ່ງໄປເຖິງການພັດທະນາແບບຍືນຍົງ
 (ພາບປະກອບ)
TAG
VOV/VOVworld/APEC/ພັດ​ທະ​ນາ

More