APPF 27 ຍົກສູງທີີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມ
14/01/2019 08:05
(VOVWORLD) - ສະພາແຫ່ງຊາດຫວຽດນາມ ຍາມໃດກໍກໍານົດວ່າ ການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງ ເວທີປາໄສ APPF ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ທີ່ສໍາຄັນໃນຂອບເຂດລາຍການເຄື່ອນໄຫວການຕ່າງປະເທດທັງໝົດຂອງປີ

ວັນທີ 14 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ ເວທີປາໄສ ລະຫວ່າງລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 27 (APPF 27), ເຊິ່ງຖືກຈັດຂຶ້ນຢູ່ ກໍາປູເຈຍ. ເລື່ອງການນໍາສູງສຸດຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສໍາຄັນສໍາລັບການຮ່ວມມືລະຫວ່າງລັດຖະສະພາ ຂອງພາກພື້ນ ພ້ອມທັງກໍເປັນກາລະໂອກາດ ເພື່ອໃຫ້ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນວິວັດແຫ່ງການພັດທະນາຂອງ APPF. ເວທີປາໄສ APPF ຖືກສ້າງຕັ້ງຂຶ້ນແຕ່ປີ 1993, ນີ້ແມ່ນເວທີປາໄສ ທີ່ສະຫງວນໃຫ້ບັນດາສະມາຊິກລັດຖະສະພາ, ລັດຖະສະພາບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ປັດຈຸບັນ, APPF ມີ ທັງໝົດ 27 ລັດຖະສະພາສະມາຊິກ ໃນນັ້ນມີ ອົດສະຕາລີ, ກໍາປູເຈຍ, ການາດາ, ຈີເລ, ໂກລົມເບຍ, ຈີລີ, ໂອກົວດໍ, ອິນໂດເນເຊຍ, ຍີ່ປຸ່່ນ, ສ.ເກົາຫຼີ, ລາວ, ມາເລເຊຍ, ຟິລິບປິນ, ລັດເຊຍ, ສິງກະໂປ, ໄທ, ອາເມລິກາ, ຫວຽດນາມ... ຫວຽດນາມ ເຂົ້າເປັນສະມາຊິກຂອງ APPF ເມື່ອເດືອນ ມັງກອນ 1995.
TAG
VOV/VOVworld/APPF 27/ລັດຖະສະພາ/ເວທີປາໄສ/ຖະແຫຼງການ Siem Riep
Related







