VOV WorldVOV World
ASEAN Summit 37: ປີເປັນປະທານ ອາຊຽນ 2020 ປະສົບກັບສິ່ງທ້າທາຍຫລາຍຢ່າງ
12/11/2020 11:00
(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ ຢູ່ ຮ່າໂນ້ຍ ດ້ວຍຮູບການທາງອອນລາຍ. ໂດຍສືບຕໍ່ຫົວເລື່ອງ “ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື”ຂອງ ອາຊຽນປີ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດຍອດສຸດທ້າຍ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນອາຍຸການເປັນປະທານ ອາຊຽນ 2020 ແມ່ນໂອກາດເພື່ອໃຫ້ ອາຊຽນ ຕີລາຄາໂດຍສັງເຂບກ່ຽວກັບໝາກຜົນແຫ່ງການຮ່ວມມືພາຍໃນກຸ່ມ, ນອກກຸ່ມ ແລະວາງອອກການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໄປ.
ASEAN Summit 37: ປີເປັນປະທານ ອາຊຽນ 2020  ປະສົບກັບສິ່ງທ້າທາຍຫລາຍຢ່າງ
ລາຍການສະແດງສິລະປະທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ພາບ: baoquocte.vn) ອາດເວົ້າໄດ້ວ່າ ໃນປະຫວັດສາດ 53 ປີແຫ່ງການສ້າງຕັ້ງຂອງ ອາຊຽນ, ຍັງບໍ່ທັນມີເວລາໃດ ອາຊຽນ ປະສົບກັບສິ່ງທ້າທາຍຫລາຍຢ່າງຄືປະຈຸບັນ. ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ທຸກວິທີການຮ່ວມມືທີ່ເປັນມູນເຊື້ອຂອງ ອາຊຽນ ຖືກຕ່າວປີ້ນ. ເຖິງຢ່າງໃດກໍຕາມໃນສະພາບການັ້ນ ອີກຄັ້ງຫນຶ່ງ ຄຸນທາດຂອງປະຊາຄົມອາຊຽນ ພັດສະແດງໃຫ້ເຫັນຢ່າງຈະແຈ້ງ, ຄວາມສະຫນິດຕິດພັນຢ່າງແຫນ້ນແຟ້ນລະຫວ່າງບັນດາປະເທດສະມາຊິກ,ສ້າງເປັນກຳລັງແຮງສັງລວມ ເພື່ອຍາດແຍ່ງບັນດາກາລະໂອກາດຢ່າງມີປະສິດທິຜົນ, ມີຄວາມເຂັ້ມແຂງເພື່ອຜ່ານຜ່າສິ່ງທົດສອບ. ຕໍ່ຈາກບັນດາການເຄື່ອນໄຫວ ນັບແຕ່ຕົ້ນປີ ມາຮອດປະຈຸບັນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແມ່ນໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ຢັ້ງຢືນ ຄວາມສາມັກຄີ, ເຈດຈຳນົງດ້ານການເມືອງຢ່າງເຂັ້ມແຂງ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍເພື່ອກ້າວຂຶ້ນ.
TAG
VOV/VOVworld/ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ/ເປັນ​ເຈົ້າ​ການ​ຮັບ​ມື/​ພາຍ​ໃນ​ກຸ່ມ