ບາດກ້າວໃໝ່ໃນວິວັດທະນາການ Brexit
14/11/2018 08:17
(VOVWORLD) - ຖະແຫຼງການຂອງຫ້ອງວ່າການຄະນະລັດຖະບານ ອັງກິດ ກ່ຽວກັບເລື່ອງ 2 ຝ່າຍບັນລຸໄດ້ຮ່າງຂໍ້ຕົກລົງກ່ຽວກັບ Brexit ແມ່ນຄວາມຕົກສະເງີ້ພໍສົມຄວນ

ພາຍຫລັງເກືອບ 2 ປີເຄິ່ງ, ນັບແຕ່ຈຸດເວລາດຳເນີນການລົງປະຊາມະຕິຄັ້ງປະຫວັດສາດຢູ່ ອັງກິດ ກ່ຽວກັບເລື່ອງຈະໄປ ຫຼື ຈະຢູ່ກັບສະຫະພາບ ເອີຣົບ (23/06/2016), ແລະ ການເຈລະຈາເປັນເວລາກ່ວາ 1 ປີດ້ວຍຄວາມຫຍຸ້ງຍາກຫລາຍຢ່າງ, ເບິ່ງຄືວ່າຕົກເຂົ້າສູ່ສະພາບການທີ່ບໍ່ມີທາງອອກ, ສຸດທ້າຍ ອັງກິດ ແລະ ອີຢູ ກໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບດ້ານເຕັກນິກກ່ຽວກັບຮ່າງຂໍ້ຕົກລົງ Brexit. ນີ້ໄດ້ຮັບຖືວ່າ ແມ່ນບາດລ້ຽວສຳຄັນໃນວິວັດການເຈລະຈາຂ້ຽວຂາດ ແລະ ແກ່ຍາວລະຫວ່າງ ລອນດອນ ແລະ ບຣຸກແຊນ. ບັນຫາທີ່ບໍ່ມີທາງອອກໃຫຍ່ສຸດລະຫວ່າງ ອັງກິດ ແລະ ອີຢູ ໃນການເຈລະຈາ Brexit ໃນໄລຍະຜ່ານມາຍັງຄົງແມ່ນບັນຫາ ຊາຍແດນທາງບົກລະຫວ່າງເຂດ ອຽກລັງເໜືອ ຂອງ ອັງກິດ ແລະ ສ.ອຽກລັງ. ເຖິງຢ່າງໃດກໍ່ຕາມ ບັນດາຄວາມບໍ່ລົງລອຍກັນນີ້ ໄດ້ຮັບການແກ້ໄຂພາຍຫລັງການເຈລະຈາຄັ້ງຕ່າງໆ.
TAG
VOV/VOVworld/ບາດກ້າວໃໝ່/ວິວັດທະນາການ/Brexit
Related







