ບາດກ້າວບຸກທະລຸຂອງບັນດາຜູ້ສະໝັກຮັບເລືອກຕັ້ງທີ່ມີຄວາມສາມາດບົ່ມຊ້ອນໃນການຊ່ວງເສັງເຂົ້າທຳນຽບຂາວ
03/03/2016 09:05
(vovworld)- ຄືດັ່ງການຄາດຄະເນຂອງບັນດາວົງການນັກສັງເກດການ, ດ້ວຍບັນດາທ່າໄດ້ປຽບທີ່ຂາດຂັ້ນ, ຜູ້ສະໝັກຮັບເລືອກຕັ້ງດີເດັ່ນຂອງພັກປະຊາທິປະໄຕ ນັ້ນແມ່ນ ທ່ານນາງ Hillary Clinton

(vovworld)- ຄືດັ່ງການຄາດຄະເນຂອງບັນດາວົງການນັກສັງເກດການ, ດ້ວຍບັນດາທ່າໄດ້ປຽບທີ່ຂາດຂັ້ນ, ຜູ້ສະໝັກຮັບເລືອກຕັ້ງດີເດັ່ນຂອງພັກປະຊາທິປະໄຕ ນັ້ນແມ່ນ ທ່ານນາງ Hillary Clinton, ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ແລະ ຜູ້ສະໝັກຮັບເລືອກຕັ້ງດີເດັ່ນຂອງພັກ ສາທາລະນະ ທ່ານ Donald Trump, ເສດຖີເງິນຕື້ອະສັງຫາລິມະຊັບ ຍາດໄດ້ໄຊຊະນະໃນບັນດາການເລືອກຕັ້ງເບື້ອງຕົ້ນ ຢູ່ 10 ລັດ ແລະ ເຂດແຄ້ວນແຫ່ງຫນຶ່ງຢູ່ ອາເມລິກາ ໃນ “ວັນອັງຄານສຸດຍອດ” (1/3). ໝາກຜົນນີ້ສະແດງໃຫ້ເຫັນວ່າ ຍາກທີ່ຈະມີຄູ່ແຂ່ງໃດສາມາດແກ້ງແຍ້ງກັບ ຜູ້ສະໝັກຮັບເລືອກຕັ້ງ ສອງທ່ານດັ່ງກ່າວໄດ້ໃນເສັ້ນທາງຍາດທີ່ນັ່ງຕາງຫນ້າໃຫ້ພັກປະຊາທິປະໄຕ ແລະ ພັກສາທາລະນະ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນ 11 ຈະມາເຖິງ.
TAG
vovworld/ຜູ້ສະໝັກຮັບເລືອກຕັ້ງ
Related
More








