ບັນດາຄວາມມານະພະຍາຍາມທາງການທູດເປີດປະຕູການເຈລະຈາສັນຕິພາບ ລັດເຊຍ-ຢູແກຼນ
11/03/2022 07:43
(VOVWORLD) - ວັນທີ 10 ມີນາ, ການເຈລະຈາຂັ້ນລັດຖະມົນຕີການຕ່າງປະເທດລະຫວ່າງ ລັດເຊຍ-ຢູແກຼນ ບໍ່ບັນລຸໄດ້ຄວາມຄືບໜ້າກ່ຽວກັບຄຳສັ່ງຢຸດຍິງ, ເວັ້ນເສຍແຕ່ເລື່ອງລັດເຊຍ ຈະເປີດແລວມະນຸດສະທຳ ອະນຸຍາດໃຫ້ຍົກຍ້າຍຊາວ ຢູແກຼນ ອອກຈາກ 5 ນະຄອນຂອງປະເທດນີ້. ປະຈຸບັນ ຍັງໄວເກີນໄປ ເພື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງຂອງການປະທະກັນຢູ່ ຢູແກຼນ, ແຕ່ຍັງເປັນທີ່ຈະແຈ້ງແລ້ວ, ຜູ້ຕາງໜ້າຂອງສອງຝ່າຍ ໄດ້ຈັດການເຈລະຈາ 3 ຄັ້ງຢ່າງລຽນຕິດໃນເວລາ 10 ກ່ວາວັນມານີ້, ພ້ອມດ້ວຍບັນດາຄວາມມານະພະຍາຍາມທາງການທູດ ໂດຍບັນດາຝ່າຍສົ່ງເສີມຢ່າງຂຸ້ນຂ້ຽວນັ້ນ, ໄດ້ສະແດງໃຫ້ເຫັນວ່າ ປະຕູແຫ່ງການເຈລະຈາ ເພື່ອແກ້ໄຂການປະທະກັນໂດຍສັນຕິວິທີ ຍັງບໍ່ທັນໄດ້ປິດເທື່ອ, ເຖິງວ່າ ໃນຕໍ່ໜ້າ ຍັງຈະຕ້ອງປະສົບຄວາມຫຍຸ້ງຍາກບໍ່ໜ້ອຍ.

ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ຊ້າຍ)- ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba (ຂວາ) ທ່ານລັດຖະມົນຕີການຕ່າງປະເທດຕວກກີ ທີ່ການເຈລະຈາຢູ່ Antalya ປະເທດຕົວກີ ເມື່ອວັນທີ 10/3/2022 (ພາບ: AFP/ TTXVN ) ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ ເມື່ອວັນທີ 24 ກຸມພາ. ສອງຝ່າຍໄດ້ປຶກສາຫາລືບັນດາເນື້ອໃນຕົ້ນຕໍຄື ແລວທາງມະນຸດສະທຳ, ຄຳສັ່ງຢຸດຍິງ, ບັນຫານິວເຄຼຍ ແລະ ຫຼັກໝັ້ນເປັນກາງຂອງ ຢູແກຼນ. ເຖິງແນວນັ້ນກໍ່ຕາມ, ສອງຝ່າຍບໍ່ເຫັນດີເປັນເອກະພາບ ກ່ຽວກັບບັນຫາລະອຽດໃດໜຶ່ງ, ນອກຈາກເລື່ອງຢືນຢັນ ລັດເຊຍ ເປີດແລວທາງມະນຸດສະທຳ ອະນະຍາດໃຫ້ຍົກຍ້າຍຊາວ ຢູແກຼນ ອອກຈາກ 5 ນະຄອນ, ພ້ອມທັງຈະສືບຕໍ່ດຳເນີນການພົບປະຄັ້ງຕ່າງໆຄ້າຍຄືກັນນີ້ ເພື່ອຊອກຫາບັນດາມາດຕະການໃຫ້ແກ່ສະພາບການປະຈຸບັນ. ຄະນະຜູ້ແທນລັດເຊຍ ແລະ ຢູແກຼນ ທີ່ຮອບເຈລະຈາທີ 3 ຢູ່ Belovezhskaya Pushcha, Belarus ເມື່ອ (ພາບ: THX/TTXVN )
TAG
VOV/VOVworld/ການເຈລະຈາສັນຕິພາບ/Sergei Lavrov//ມົດສະກູ ແລະ ກີແອບ/Crimea ແລະ Donbass
Related
More








