VOV WorldVOV World
ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ
18/03/2022 07:32
(VOVWORLD) - ຕໍ່ໜ້າການກະທົບຈາກການແຜ່ລາມທີ່ສັບສົນຂອງໂລກລະບາດໂຄວິດ 19 ແລະ ບັນດາການຜັນແປດ້ານພູມມີສາດການເມືອງສາກົນ, ເປັນຕົ້ນແມ່ນວິກິດການ ລັດເຊຍ-ຢຸແກຼນ ນັ້ນ, ລັດຖະບານຫຼາຍປະເທດໃນໂລກ ພວມຮີບເຮັ່ງດຳເນີນບັນດາມາດຕະການຮັບມືຢ່າງຂ້ຽວຂາດ ເພື່ອແນໃສ່ເປົ້າໝາຍອັນດັບໜຶ່ງ ແມ່ນປັບປຸງ ແລະ ຮັກສາທ່າຟື້ນຟູເສດຖະກິດ ທີ່ຫາກໍ່ໄດ້ພັດທະນາຄືນໃໝ່ໃນທ້າຍປີ 2021, ຕົ້ນປີ 2022.
ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ
   ປະທານທະນາຄານສະສົມສະຫະລັດອາເມລິກາ (Fed) Jerome Powell (ພາບ: THX/TTXVN )     ບັນດາບົດລາຍງານສະເພາະຂະແໜງງານສະບັບຫຼ້າສຸດໃຫ້ເຫັນວ່າ, ລະບົບສະໜອງສິນຄ້າພວມຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນ 2 ສາຍເຫດຕົ້ນຕໍ. ທີໜຶ່ງແມ່ນການສືບຕໍ່ແຜ່ລາມຂອງໂລກລະບາດໂຄວິດ 19 ຢູ່ຫຼາຍປະເທດ, ໃນນັ້ນ, ໜ້າວິຕົກກັງວົນມີ່ສຸດແມ່ນການຜັນແປອັນສັບສົນຢູ່ ຈີນ. ທີສອງແມ່ນຫຼາຍເສັ້ນທາງຂົນສົ່ງສິນຄ້າທາງທະເລ ແລະ ທາງການບິນຖືກຕັດຂາດ ຍ້ອນສົງຄາມຢູ່ ຢູແກຼນ ກໍ່ຄືເລື່ອງລາຄາເຊື້ອເພີງໃນທົ່ວໂລກເພີ່ມຂຶ້ນ.
TAG
VOV/VOVworld/​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ/​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ/ທະນາຄານສະສົມສະຫະລັດອາເມລິກາ/APEC 2022/Krisada Chinavicharana/ພັດທະນາແບບຍືນຍົງ

More