ບັນດາກອງປະຊຸມໃຫຍ່ອົງຄະນະພັກຂຶ້ນກັບສູນກາງບັນລຸຜົນສຳເລັດຢ່າງຈົບງາມ
05/11/2020 09:46
(VOVWORLD) -ອົງຄະນະພັກຂຶ້ນກັບສູນກາງພັກກອມມູນິດຫວຽດນາມ ທັງໝົດ ຫາກໍ່ສຳເລັດການຈັດຕັ້ງກອງປະຊຸມໃຫຍ່ຂອງຕົນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ອາຍຸການ 2020 – 2025. ບັນດາກອງປະຊຸມໃຫຍ່ ໄດ້ດຳເນີນໄປໃນບັນຍາກາດປະຊາທິປະໄຕ, ກົງໄປກົງມາ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງຕ່າງໆນັ້ນ ລ້ວນແຕ່ເສີມຂະຫຍາຍສິດ ແລະ ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ ສຳລັບການຄັດເລືອກເອົາບຸກຄະລາກອນ ແລະ ເຂົ້າຮ່ວມການປະກອບຄຳເຫັນຕັດສິນບັນດາບັນຫາສຳຄັນເພື່ອໃຫ້ມະຕິຂອງບັນດາອົງຄະນະພັກມີຄຸນນະພາບ, ມີລັກສະນະເປັນໄປໄດ້ໃນລະດັບສູງ. ຄຸນນະພາບບຸກຄະລາກອນທີ່ເຂົ້າຮ່ວມຄະນະບໍລິຫານງານບັນດາອົງຄະນະພັກກໍ່ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.

ຄະນະບໍລິຫານງານອົງຄະນະພັກແຂວງບັກນິງ
TAG
VOV/VOVworld/ກອງປະຊຸມໃຫຍ່/ອົງຄະນະພັກ
Related








