ບັນດາມາດຕະການທາງການທູດເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດອ່າວ
13/07/2017 09:44
(VOVWORLD) -ບັນດາຄວາມມານະພະຍາຍາມໄກ່ເກ່ຍປອງດອງຂອງຫລາຍຝ່າຍ ພວມຕັ້ງຫນ້າໄດ້ຮັບການຜັນຂະຫຍາຍ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ລະຫວ່າງ ກາຕາ ກັບບັນດາປະເທດ ອາຣັບ ທີ່ໄດ້ແກ່ຍາວກວ່າ 1 ເດືອນຜ່ານມາ. ວິກິດການ ຈະໄດ້ຮັບການແກ້ໄຂດ້ວຍການເຈລະຈາສັນຕິພາບ, ຫລີກລ່ຽງສະພາບເຂດນີ້ຖືກຕົກເຂົ້າສູ່ຄວາມສ່ຽງໃຫມ່ ແລະ ອາດຈະມີຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງ, ສົ່ງຜົນກະທົບເຖິງຫລາຍຝ່າຍ ແລະ ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງບໍ່ພຽງແຕ່ ສະເພາະປະເທດໃດໃນພາກພື້ນ, ຫາກແມ່ນຈຸດໝາຍຊື່ງບັນດາຝ່າຍເປັນຜູ້ໄກ່ເກ່ຍພວມມູ່ງໄປເຖິງ.

ລັດຖະມົນຕີການຕ່າງປະເທດ UAE Anwar Gargash ທີ່ການປະຊຸມຂ່າວຢູ່ Dubai ໃນວັນທີ 24 ມິຖູນາ ວິກິດການເກີດຂຶ້ນໃນຕົ້ນເດືອນມິຖຸນາ ເມື່ອບັນດາປະເທດ ອາຣັບ ກ່າວຫາ ກາຕາ ມີການພົວພັນກັບບັນດາກຸ່ມກໍ່ການຮ້າຍ. ນັບແຕ່ນັ້ນມາຮອດປະຈຸບັນ, ການປະທະກັນ ຍັງບໍ່ທັນມີສັນຍານຫລຸດຜ່ອນລົງເທື່ອ ເມື່ອບັນດາຝ່າຍລ້ວນແຕ່ສະແດງທ່າທີ່ແຂງກະດ້າງ, ບໍ່ປະນິປະນອມ.
TAG
VOV/VOVworld/ຄວາມສະຫນັບສະຫນູນ
Related








