VOV WorldVOV World
ບັນດາສັນຍາການຄ້າສ້າງກຳລັງໜູນພັດທະນາໃຫ້ບັນດາພື້ນຖານເສດຖະກິດ APEC
28/08/2017 07:16
(VOVWORLD) -ການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ (RTAs/FTAs) ໃນພາກພື້ນອາຊີ - ປາຊີຟິກ ໄດ້ສິ້ນສຸດລົງໃນວັນທີ 27 ສິງຫາ, ຢູ່ນະຄອນໂຮ່ຈິມິນ. ທີ່ການເຈລະຈາ, ບັນດາພື້ນຖານເສດຖະກິດສະມາຊິກ ໄດ້ກຳນົດຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງ, ສືບຕໍ່ແມ່ນຈຸດສຸມໃນການຮ່ວມມືຂອງ APEC
ບັນດາສັນຍາການຄ້າສ້າງກຳລັງໜູນພັດທະນາໃຫ້ບັນດາພື້ນຖານເສດຖະກິດ APEC
ໃນນັ້ນມີເລື່ອງຊຸກຍູ້ສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ ແລະ ມຸ່ງໄປເຖິງການສ້າງຕັ້ງພາກພື້ນການຄ້າເສລີ (FTAAP).         ເກືອບ 30 ປີຜ່ານມາ, ບັນດາສັນຍາການຄ້າພາກພື້ນ ແລະ ສັນຍາການຄ້າເສລີຢູ່ເຂດ APEC, ເຊິ່ງແມ່ນແຫ່ງເຕົ້າໂຮມ ½ ຈຳນວນສັນຍາການຄ້າໃນໂລກ, ໄດ້ຮັບການພັດທະນາຢ່າງແຮງ ນັບທັງທາງດ້ານຈຳນວນ, ຂອບຂະໜາດ ແລະ ລັກສະນະ. ປະຈຸບັນ, ບັນດາສະມາຊິກ APEC ໄດ້ເຂົ້າຮ່ວມໃນ 165 FTA/RTA, ໃນນັ້ນມີສັນຍາ 62 ສະບັບແມ່ນລະຫວ່າງບັນດາສະມາຊິກ APEC. ນັບມື້ນັບມີສັນຍາການຄ້າລຸ້ນໃໝ່ຫຼາຍສະບັບໄດ້ເຈລະຈາ ແລະ ລົງນາມຢູ່ພາກພື້ນ, ສຸມໃສ່ເຂົ້າໃນບັນດາບັນຫາການຄ້າ ແລະ ການລົງທຶນ, ບັນດາບັນຫາຖັດຈາກຊາຍແດນ ກໍຄືບັນດາຮົ້ວກີດຂວາງມີລັກສະນະປອດພາສີ.
TAG
VOV/VOVworld/FTAs ແລະ RTAs