ບົດລາຍງານໄປຝືນກັບທ່າອ່ຽງພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ
21/08/2017 07:54
(VOVWORLD) -ວັນທີ 15 ສິງຫາປີ 2017, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປະຈຳປີ 2016 ກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາໂລກ, ໃນນັ້ນໄດ້ກ່າວວ່າ: ລັດຖະບານຫວຽດນາມຈຳກັດການເຄື່ອນໄຫວຂອງບັນດາອົງການສາສະຫນາ. ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນການຈຳແນກປະພຶດ, ບໍ່ມີຄວາມພາວະວິໄສກ່ຽວກັບສະພາບຕົວຈິງຂອງການເຄື່ອນໄຫວການເຫລື້ອມໃສ, ສະຫນາຫນາ ຢູ່ ຫວຽດນາມ. ບົດຂຽນຂອງບັນນາທິການທູຮວາ ດ້ວຍຫົວຂໍ້ວ່າ: ບົດລາຍງານໄປຝືນກັບທ່າອ່ຽງພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃນຖະແຫລງການຄັດຄ້ານບົດລາຍງານປະຈຳປີ 2016 ກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາໂລກຂອງກະຊວງການຕ່າງປະເທດ ອາເມລິກາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນຢ່າງຈະແຈ້ງນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງລັດຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນບັນດາສິດເສລີໃນການເຫລື້ອມໃສ, ສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ.
TAG
VOV/VOVworld/ອາໄສ/ເຊື່ອຖືສາສະຫນາ
Related








