VOV WorldVOV World
ຮັບປະກັນຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງມາສູ່ປະຊາຊົນທຸກຄົນ
14/04/2021 10:58
(VOVWORLD) - ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຈະດຳເນີນໃນວັນທີ 23 ພຶດສະພາ ຈະມາເຖິງ ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ. ປະຈຸບັນ, ວຽກງານໂຄສະນາກ່ຽວກັບການເລືອກຕັ້ງ ພວມຖືກບັນດາທ້ອງຖິ່ນຍູ້ແຮງດ້ວຍຫລາຍຮູບການ.
ຮັບປະກັນຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງມາສູ່ປະຊາຊົນທຸກຄົນ
ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຈະແຈ້ງກ່ຽວກັບເນື້ອໃນຈິດໃຈຄວາມເປັນເຈົ້າ, ລັກສະນະຄວາມຮັບຜິດຊອບຂອງຕົນ ເມື່ອເຂົ້າຮ່ວມການເລືອກຕັ້ງ, ພ້ອມທັງຮັບປະກັນໃຫ້ປະຊາຊົນທຸກຄົນຈາກພາກເໜືອລົງຮອດພາກໃຕ້, ເຂດທະເລໝູ່ເກາະໄດ້ສຳຜັດກັບຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງ. ຈາກນັ້ນ, ເລືອກເອົາບັນດາສະມາຊິກດີເດັ່ນ, ສົມເປັນຕົວແທນເຂົ້າສ່ວນສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ. ພາບປະກອບ         ສຳລັບການຮັບປະກັນສິດໄດ້ຮັບຂໍ້ມູນຂ່າວສານຂອງພົນລະເມືອງ ຍາມໃດພັກ ແລະ ລັດ ກໍ່ເອົາໃຈໃສ່ເປັນພິເສດ, ເນັ້ນໜັກໃນແຜນນະໂຍບາຍ, ນະໂຍບາຍຫລາຍສະບັບ. ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ວຽກງານຂໍ້ຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງ ໄດ້ຮັບການເອົາໃຈໃສ່ເປັນພິເສດ ເພື່ອສ້າງຄວາມເຫັນດີເປັນເອກະພາບກ່ຽວກັບສະຕິຄວາມຮັບຮູ້ ແລະ ການກະທຳ, ຄວາມເຫັນດີເຫັນພ້ອມໃນສັງຄົມກ່ຽວກັບເຫດການການເມືອງສຳຄັນ ຂອງປະເທດຊາດ.
TAG
VOV/VOVworld/ຂໍ້ມູນຂ່າວສານ/ການເລືອກຕັ້ງ/ປະຊາຊົນ

More