VOV WorldVOV World
ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ
08/05/2017 07:32
(VOVWORLD)-ຕໍ່ໜ້າຄວາມຮຽກຮ້ອງປ່ຽນແປງໃໝ່ຂອງພື້ນຖານເສດຖະກິດປະເທດຊາດ, ເພື່ອບັນລຸໄດ້ລະດັບເຕີຍໂຕຢ່າງໄວ, ຍືນຍົງ, ພັກ ແລະ ລັດ ໄດ້ຄົ້ນຄວ້າ, ພິຈາລະຈາບັນດາບັນຫາທີ່ໄດ້ວາງອອກ ເພື່ອປັບປຸງລະບອບເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ຢ່າງສົມບູນແບບ. ນີ້ກໍ່ແມ່ນເນື້ອໃນເຊິ່ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປຶກສາຫາລືທີ່ກອງປະຊຸມຄັ້ງທີ 5 ພວມດຳເນີນຢູ່ຮ່າໂນ້ຍ. ບົດຂຽນຂອງນັກຂ່າວ ມິງເຈົາ, ຖຸຍຮັ່ງ “ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ”.
ຮັບປະກັນລັກສະນະວັດທະນະທຳມະນຸດໃນການພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ
 (ພາບປະກອບອີນເຕີແນັດ) ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກກອມມູນິດຫວຽດນາມ ປີ 2001 ໄດ້ຢືນຢັນຮູບແບບເສດຖະກິດຂອງຫວຽດນາມ ໃນໄລຍະຂ້າມຜ່ານ ແມ່ນພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນທີ່ເຄື່ອນໄຫວຕາມກົນໄກການຕະຫຼາດ, ມີການຄຸ້ມຄອງຂອງລັດ ຕາມກຳນົດທິດສັງຄົມນິຍົມ (ເອີ້ນຫຍໍ້ແມ່ນ ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ). ການເລືອກເຟັ້ນນັ້ນແມ່ນເລີ່ມມາຈາກບັນດາຜົນປະໂຫຍດຂອງການພັດທະນາເສດຖະກິດ ສັງຄົມທີ່ນຳມາໃຫ້ຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ສືບຕໍ່ປັບປຸງລະບອບເສດຖະກິດດັ່ງກ່າວໃຫ້ສົມບູນກວ່າ ເພື່ອນຳມາເຊິ່ງຜົນປະໂຫຍດສູງກວ່າໃຫ້ແກ່ປະຊາຊົນ.
TAG
VOV/VOVworld/​ການ​ຕະ​ຫຼາດ​

More