Brexit 2018: ການແຍກຕົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ
21/12/2018 07:56
(VOVWORLD) - ປີ 2018 ໃກ້ຈະໝົດໄປ, ດ້ວຍບັນດາການຜັນແປທີ່ສັບສົນໃນຊີວິດການເປັນຢູ່ທາງດ້ານການເມືອງສາກົນ. ມີບັນດາວິວັດທະນາການໄດ້ບັນລຸຜົນສຳເລັດ, ແຕ່ຍັງມີຫຼາຍວິວັດທະນາການພວມຖືກດຳເນີນໄປຢ່າງຊັກຊ້າ.

ວິວັດທະນາການ Brexit ໃນປີຜ່ານມາອາດ ໄດ້ຮັບຖືວ່າແມ່ນໄລຍະທາງທີ່ຫຍຸ້ງຍາກລຳບາກ ຍ້ອນຮອດຈຸດເວລານີ້, ການແຍກຕົວອອກຍັງບໍ່ທັນໄດ້ຮັບການຕັດສິນເທື່ອ ແລະ ແຜນການ Brexit ອາດຈະປະຕິບັດໃຫ້ສຳເລັດໃນເດືອນມີນາ 2019 ຄືດັ່ງການຄາດຄະເນໃນເບື້ອງຕົ້ນ, ພວມກາຍເປັນບັນຫາຍາກທີ່ຈະປະຕິບັດໄດ້. ວິວັດທະນາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (ອີຢູ) (ຫຼືຍັງເອີ້ນວ່າ Brexit) ໄດ້ເລີ່ມມາຈາກການຢັ່ງຫາງສຽງຈາກປະຊາຊົນຢູ່ ອັງກິດ ເມື່ອປີ 2016. ນັບແຕ່ນັ້ນມາຮອດປະຈຸບັນ, ວິວັດທະນາການເຈລະຈາລະຫວ່າງ ອີຢູ ແລະ ອັງກິດ ໄດ້ດຳເນີນໄປແຕ່ບໍ່ໄດ້ຮັບເງື່ອນໄຂສະດວກ, ພິເສດແມ່ນ, ໃນປີ 2018 ນີ້, ບັນດາຄວາມບໍ່ລົງລອຍກັນພາຍໃນ ອັງກິດ ໄດ້ເຮັດໃຫ້ຂໍ້ຕົກລົງຍາກທີ່ຈະໄດ້ຮັບການຮັບຮອງເອົາທີ່ສະພາແຫ່ງຊາດ ແລະ ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ແຜນການ Brexit ບໍ່ມີຂໍ້ຕົກລົງ (No deal), ບໍ່ມີການ Brexit (No Brexit at all) ຫຼື ການຢັ່ງຫາງສຽງຈາກປະຊາຊົນຄັ້ງທີ 2 ພວມໄດ້ຮັບການເຕື້ອງເຖິງຫຼາຍທີ່ສຸດ.
TAG
VOV/VOVworld/Brexit/ປະເຊີນໜ້າ
Related







