VOV WorldVOV World
ຈຸດປ່ຽນໃຫມ່ໄດ້ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ
01/11/2018 09:45
(VOVWORLD) -ໃນ 3 ວັນ ແຕ່ວັນທີ 30 ຕຸລາ ຮອດວັນທີ 1 ພະຈິກ, ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ດຳເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວຫນ້າໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະ. ບັນດາຈຸດປ່ຽນໃຫມ່ໃນການເຄື່ອນໄຫວຊັກຖາມ ພ້ອມກັບບັນຍາກາດຖາມຕອບຢ່າງກົງໄປກົງມາ, ຟົດຟື້ນ ແລະ ເນື້ອໃນຄຳຕອບຂອງບັນດາສະມາຊິກລັດຖະບານແມ່ນມີຄວາມຮັບຜິດຊອບ ຕອບສະຫນອງໄດ້ຄວາມມຸ່ງມາດປາດຖະຫນາຂອງຜູ້ມີສິດເລືອກຕັ້ງ ແລະ
ຈຸດປ່ຽນໃຫມ່ໄດ້ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ
ທ່ານ ຫງວຽນແທງຮົ່ງ ຄະນະສະມາຊິກສະພາແຫ່ງຊາດແຂວງ  ບີງເຢືອງ ພາບ:quochoi.vn   ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ການເຄື່ອນໄຫວຊັກຖາມບໍ່ໄປຕາມໝວດບັນຫາຄືກ່ອນນີ້ ຫາກບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຊັກຖາມໂດຍກົງບັນດາເນື້ອໃນກ່ຽວຂ້ອງເຖິງການປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດ 6 ສະບັບ ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ການຊັກຖາມ. ເນື້ອໃນຊັກຖາມຂຶ້ນກັບຂົງເຂດໃດ ບັນດາລັດຖະມົນຕີຂຶ້ນກັບຂົງເຂດນັ້ນແມ່ນຜູ້ຕອບ. ບັນດາບັນຫາກ່ຽວຂ້ອງເຖິງການບໍລິຫານລວມຂອງລັດຖະບານ ໂດຍແມ່ນບັນດາທ່ານຮອງນາຍົກລັດຖະມົນຕີເປັນຜູ້ຕອບ. ພາຍຫລັງຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານທີ່ແຕ່ລະວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ລາຍງານເຮັດແຈ້ງບັນດາເນື້ອໃນກ່ຽວຂ້ອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານຕື່ມອີກ. ໃນວາລະຊັກຖາມຄັ້ງນີ້ ບັນດາຄຳຖາມຂອງ ສສຊ ແມ່ນມີຄວາມກະທັດລັດ, ບັນຫາຈະແຈ້ງ ແລະ ຜູ້ຕອບກໍ່ຕອບຖືກກັບເນື້ອໃນຂອງຄຳຖາມຊື່ງ ສສຊ ມີຄວາມສົນໃຈ ພອ້ມທັງເຮັດແຈ້ງຄວາມຮັບຜິດຊອບ, ຊີ້ແຈ້ງທິດທາງແກ້ໄຂໃນໄລຍະຈະມາເຖິງ.
TAG
VOV/VOVworld/ຕອບຄຳຊັກຖາມ