VOV WorldVOV World
COP 24: ກາລະໂອກາດເພື່ອຫັນຂໍ້ຕົກລົງ Paris ໃຫ້ປະກົດຜົນເປັນຈິງ
05/12/2018 09:15
(VOVWORLD) - ພາຍຫລັງໂລກບັນລຸໄດ້ຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມາເປັນເວລາ 3 ປີ, ສະຫະປະຊາຊາດ ແລະ ບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ເພື່ອຫັນບັນດາຄຳໝັ້ນສັນຍາຂອງຂໍ້ຕົກລົງປະຫວັດສາດນີ້ໃຫ້ປະກົດຜົນເປັນຈິງ.
COP 24: ກາລະໂອກາດເພື່ອຫັນຂໍ້ຕົກລົງ Paris ໃຫ້ປະກົດຜົນເປັນຈິງ
ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP 24) ພວມດຳເນີນໄປຢູ່ ໂປໂລຍ ໄດ້ຮັບຖືວ່າ: ແມ່ນກາລະໂອກາດທີ່ຫາຍາກ ເພື່ອໃຫ້ບັນດາປະເທດພ້ອມກັບສະຫະປະຊາຊາດສ້າງຊຸດມາດຕະຖານແນະນຳການປະຕິບັດຂໍ້ຕົກລົງ Paris ຢ່າງຄົບຖ້ວນ ແຕ່ເບິ່ງຄືວ່າ ເປົ້າໝາຍນີ້ ບໍ່ສາມາດບັນລຸໄດ້ຢ່າງງ່າຍດາຍ.         ເກືອບ 200 ປະເທດໄດ້ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງ Paris 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ມີເວລາ 2 ອາທິດ (ແຕ່ວັນທີ 2 – 14 ທັນວາ), ຢູ່ Katowice (ໂປໂລຍ) ເພື່ອສ້າງຊຸດມາດຕະຖານໃຫ້ສຳເລັດ ແນໃສ່ຈຳກັດສະພາບອຸ່ນຂຶ້ນຂອງໜ່ວຍໂລກໃຫ້ຢູ່ໃນລະດັບຕ່ຳກ່ວາ 2 ອົງສາ C ເມື່ອທຽບໃສ່ກ່ອນຍຸກອຸດສາຫະກຳ, ແລະ ສືບຕໍ່ມານະພະຍາຍາມ ເພື່ອຈຳກັດເພີ່ມຄວາມອຸ່ນຂຶ້ນ 1,5 ອົງສາ C. ເຖິງຢ່າງໃດກໍ່ຕາມ, ສະພາບການປ່ຽນແປງຂອງດິນຟ້າອາກາດພວມດຳເນີນໄປຢ່າງໄວວາ ເມື່ອທຽບໃສ່ມາດຕະການຮັບມືຂອງມວນມະນຸດ.
TAG
VOV/VOVworld/COP 24/ຂໍ້ຕົກລົງ Paris/ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ