VOV WorldVOV World
CPTPP ເພີີ່ມຄວາມແກ້ງແຍ້ງໃນຕະຫຼາດແຮງງານສາກົນ
15/11/2018 09:33
(VOVWORLD) -ຫວຽດນາມ ຫາກໍກາຍເປັນປະເທດ ທີ 7 ທີ່ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເມື່ອສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນທ້າຍປີນີ້ ຈະເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ, ແຕ່ກໍຈະວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍ, ໃນນັ້ນ ຕ້ອງນັບທັງຂົງເຂດວຽກເຮັດງານທໍາ, ຕະຫຼາດແຮງງານ ແລະ ການພົວພັນໃນການອອກແຮງງານ.
CPTPP  ເພີີ່ມຄວາມແກ້ງແຍ້ງໃນຕະຫຼາດແຮງງານສາກົນ
ເມື່ອສັນຍາ CPTPP  ມີຜົນສັກສິດ, ນອກຈາກ ຈະສ້າງເຂດການຄ້າເສລີ ນອນໃນ Top ໃຫຍ່ທີ່ສຸດໃນໂລກ ແລ້ວ, ສັນຍາ CPTPP ສາມາດຈະນໍາມາຜົນປະໂຫຍດທາງສັງຄົມຫຼາຍຢ່າງອີກດ້ວຍ, ໄດ້ສ້າງວຽກເຮັດງານທໍາ, ສ້າງກາລະໂອກາດໃໝ່ ໃຫ້ທັງຊາວຜູ້ອອກແຮງງານ ແລະ ວິສາຫະກິດ ຕື່ມອີກ, ປະກອບສ່ວນຍົກສູງຄ່າຄອງຊີບ ຂອງຊາວຜູ້ອອກແຮງງານ... ໄປຄຽງຄູ່ກັນນັ້ນ, ເລື່ອງເຂົ້າຮ່ວມ ສັນຍາ CPTPP ກໍຈະວາງອອກສິ່ງທ້າທາຍຈໍານວນບໍ່ໜ້ອຍ.
TAG
VOV/VOVworld/ແຮງງານ/ວຽກເຮັດງານທໍາ/ສັນຍາ CPTPP