VOV WorldVOV World
CPTPPຂົວເຊື່ອມຕໍ່ການເຊື່ອມໂຍງເສດຖະກິດສອງຝັ່ງ ປາຊີຟິກ
03/01/2019 10:24
(VOVWORLD) -CPTPP ແມ່ນສັນຍາການຄ້າເສລີ ລະຫວ່າງ 11 ປະເທດ ຊື່ງລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມຊີໂກ, ນິວເຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ.
CPTPPຂົວເຊື່ອມຕໍ່ການເຊື່ອມໂຍງເສດຖະກິດສອງຝັ່ງ ປາຊີຟິກ
ວັນທີ 30 ທັນວາ ປີ 2018, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດ ສ້າງເປັນເຂດການຄ້າເສລີ ລວມມີ 11 ປະເທດ ທະວີບ ອາເມລິກາອາຊີ ແລະ ທະວີບໂອເຊອານີ. ເຫດການນີ້ ແມ່ນບາດກ້າວເດີນໃຫຍ່, ຊ່ວຍໃຫ້ບັນດາພື້ນຖານເສດຖະກິດຜ່ານຜ່າສິ່ງທ້າທາຍຂອງລັດທິອາລັກຂາພວມບືນຂຶ້ນຢ່າງແຮງ. CPTPP ແມ່ນສັນຍາການຄ້າເສລີ ລະຫວ່າງ 11 ປະເທດ ຊື່ງລວມມີ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມຊີໂກ, ນິວເຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ສັນຍາດັ່ງກ່າວໄດ້ຮັບການລົງນາມຢ່າງເປັນທາງການຢູ່ Santiago ປະເທດ ຈີເລ ເມື່ອເດືອນມີນາປີ 2018. ສັນຍານີ້ ໄດ້ຊ່ວຍຫລຸດຜ່ອນຮົ້ວກີດຂວາງດ້ານພາສີລະຫວ່າງບັນດາປະເທດສະມາຊິກ. ອົດສະຕາລີ, ການາດາ, ຍີ່ປຸ່ນ, ເມຊີໂກ, ນິວເຊີແລນ, ແລະ ສິງກະໂປ ແມ່ນ 6 ປະເທດທຳອິດຮັບຮອງເອົາ CPTPP ເພື່ອສ້າງເງື່ອນໄຂໃຫ້ສັນຍານີ້ມີຜົນສັກສິດ. ຢູ່ ຫວຽດນາມ ສັນຍານີ້ ຈະມີຜົນສັກສິດນັບແຕ່ວັນທີ 14 ມັງກອນປີ 2019 ເປັນຕົ້ນໄປ.
TAG
VOV/VOVworld/ສັນ​ຍາ CPTPP/ການຄ້າເສລີ/ເ​ຊື່​ອມ​ໂຍງ​ເສດຖະກິດ/ປາຊີຟິກ