VOV WorldVOV World
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາອີກ
28/06/2017 05:58
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ວັນທີ 28 ມິຖຸນາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດສະຫະພັນ ລັດເຊຍ . ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນກັບສະຫະພັນ ລັດເຊຍ, ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ.
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາອີກ
 (ພາບປະກອບ) ໃນຊຸມປີຜ່ານມາ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ມີຄວາມໄວ້ວາງໃຈສູງກ່ຽວກັບດ້ານການເມືອງ. ການແລກປ່ຽນຄະນະຜູ້ແທນຂັ້ນສູງຖືກດຳເນີນ ເປັນປະຈຳ, ສ້າງກຳລັງໜູນແຂງແຮງໃຫ້ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. 2 ຝ່າຍເຫັນພ້ອມກັບທັດສະນະກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີປາໄສສາກົນ.
TAG
VOV/VOVworld/ສະ​ຫະ​ພັນ ລັດ​ເຊຍ