VOV WorldVOV World
ເຫດການສໍາຄັນກ່ຽວຂ້ອງເຖິງສັນຕິພາບໃນແຫຼມເກົາຫຼີຖືກຈັດຂຶ້ນຢູ່ຫວຽດນາມ
28/02/2019 09:20
(VOVWORLD) - ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຖືກດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ, ຢູ່ຮ່າໂນ້ຍ ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຂອງທົ່ວໂລກໃນຊຸມວັນຜ່ານມານີ້. ເຫດການສໍາຄັນທີ່ກ່ຽວຂ້ອງເຖິງການສ້າງສັນຕິພາບຢູ່ແຫຼມເກົາຫຼີ ຖືກຈັດຂຶ້ນຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຄູ່ຮ່ວມມືສາກົນທີ່ມີຕໍ່ຫວຽດນາມ ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ເຫດການສໍາຄັນກ່ຽວຂ້ອງເຖິງສັນຕິພາບໃນແຫຼມເກົາຫຼີຖືກຈັດຂຶ້ນຢູ່ຫວຽດນາມ
ວັນທີ 28 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຈະສິ້ນສຸດແຜນການດໍາເນີນງານເປັນເວລາສອງວັນຢູ່ຮ່າໂນ້ຍ. ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເມື່ອວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ໃຫ້ການຊ່ວຍໜູນກະກຽມຢ່າງລອບຄອບຖີ່ຖ້ວນ ໃຫ້ແກ່ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຖິງວ່າໃນໄລຍະເວລາສັ້ນ.  
TAG
VOV/VOVworld/ສັນຕິພາບ/ແຫຼມເກົາຫຼີ/ອະດີດຕະການ/ສູ້ຢັນກັນ/ລອບຄອບຖີ່ຖ້ວນ/ຈັດຕັ້ງ