ແບ່ງປັນວັກຊິນຢ່າງຍຸຕິທຳ ແມ່ນລູກກຸນແຈເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ
26/02/2021 07:28
(VOVWORLD) -ຫວ່າງແລ້ວນີ້, ກອງປະຊຸມສຸດຍອດທາງອອນລາຍຂອງກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ອັດລົງ ພາຍໃຕ້ການເປັນປະທານຂອງປະເທດ ອັງກິດ ດ້ວຍຖານະບົດບາດເປັນປະທານໝູນວຽນ. ມີຈຸດພົ້ນເດັ່ນໜຶ່ງໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງກອງປະຊຸມດັ່ງກ່າວ ນັ້ນແມ່ນ ການນຳ G7 ໄດ້ເຫັນດີເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ - 19, ໃຫ້ຄຳໝັ້ນສັນຍາລົບລ້າງລັດທິຊາດນິຍົມວັກຊິນ, ຖືການຮ່ວມມື ແລະ ການແບ່ງປັນວັກຊິນ ຢ່າງຍຸຕິທຳ ແມ່ນລູກກຸນແຈ ເພື່ອຍູ້ໂລກລະບາດຖອຍໄປ.

ຕາມຖະແຫຼງການຮ່ວມຂອງກອງປະຊຸມ, ກຸ່ມ G7 ໄດ້ເຫັນດີເພີ່ມຈຳນວນເງິນອຸປະຖຳໃຫ້ແກ່ໂຄງການຂໍ້ລິເລີ່ມວັກຊິນທົ່ວໂລກ ຂຶ້ນເຖິງ 7,5 ຕື້ USD ຜ່ານໂຄງການຈຳໜ່າຍວັກຊິນສາກົນ COVAX, ໂດຍອົງການອະນາໄມໂລກ (WHO) ລິເລີ່ມ ແລະ ນຳພາ. ສຳຄັນທີ່ສຸດແມ່ນ ກຸ່ມ G7 ໄດ້ເຫັນດີແບ່ງປັນວັກຊິນຈຳນວນໜຶ່ງ ທີ່ໄດ້ສັ່ງຊື້ແລ້ວ ໃຫ້ແກ່ບັນດາປະເທດພວມພັດທະນາ.
TAG
VOV/VOVworld/ວັກຊິນ/ແບ່ງປັນ/ກອງປະຊຸມ G7/ໂຄງການ COVAX
Related








