VOV WorldVOV World
ເອີລົບ ຍູ້ແຮງມາດຕະການຮັບມືກັບວິກິດການພະລັງງານ
13/09/2022 09:24
(VOVWORLD) -ເພື່ອຈຳກັດບັນດາຜົນກະທົບບໍ່ດີທີ່ນັບມື້ນັບເພີ່ມຂຶ້ນຈາກວິກິດການພະລັງງານຢ່າງຮ້າຍແຮງ ໂດຍເລີ່ມມາຈາກການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ, ບັນດາປະເທດ ເອີລົບ ໄດ້ ແລະ ພວມຜັນຂະຫຍາຍຫລາຍມາດຕະການຮັບມືຢ່າງແຮງ. ໃນນັ້ນ ມີຫລາຍບ້ວງຫນູນຊ່ວຍໃຫຍ່ທີ່ບໍ່ເຄີຍມີໃນຂົງເຂດພະລັງງານໄດ້ນຳອອກມາ. ເຖິງຢ່າງໃດກໍຕາມ, ປະສິດທິຜົນຂອງບັນດາມາດຕະການຮັບມືກັບວິກິດການນີ້ໄດ້ຮັບຖືວ່າ ຄວນມີເວລາຫລາຍກວ່າເພື່ອກວດຢັ້ງຢືນ.
ເອີລົບ ຍູ້ແຮງມາດຕະການຮັບມືກັບວິກິດການພະລັງງານ
ຊາວຝລັ່ງຊື້ ນ້ຳມັນ ຢູ່ ປາຣີ  (ພາບ:AFP/TTXVN) ບົດລາຍຢູ່ຫລາຍປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ: ລາຄາພະລັງງານ ແລະ ເຊື້ອເພີງ ໃນປະຈຸບັນແມ່ນສູງກວ່າທົບຫລາຍເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ອາດຈະສືບຕໍ່ສ້າງສະຖິຕິໃຫມ່. ຕົວຢ່າງຄື ຢູ່ ເຢຍລະມັນ ພື້ນຖານເສດຖະກິດໃຫຍ່ ຂອງສະຫະພາບເອີລົບ ແລະກໍ່ແມ່ນປະເທດຊົມໃຊ້ພະລັງງານແຖວຫນ້າທະວີບ, ລາຄາສັນຍາຂາຍສົ່ງ(ຂາຍຍົກ) ໄຟຟ້າໃຫ້ແກ່ປີ 2023 ໄດ້ຂຶ້ນເຖິງລະດັບສະຖິຕິ ແມ່ນ 1.050 EURO/MWh ໃນທ້າຍເດືອນສິງຫາຜ່ານມາ, ສູງທົບ 14 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນບົດລາຍງານປະກາດໃນອາທິດກ່ອນ, ຫ້ອງການສະຖິຕິ ເຢຍລະມັນ (Destatis) ຢັ້ງຢືນວ່າ: ປະເທດນີ້ ພວມປະສົບກັບຄວາມຫຍຸ້ງຍາກໃນການສະກັດກັ້ນວິກິດການພະລັງງານຢ່າງຮ້າຍແຮງພາຍຫລັງລັດເຊຍ ເກືອບຄືວ່າຢຸດຕິການສະຫນອງ ອາຍແກັດ”. ສ່ວນຢູ່ ອັງກິດ ລາຄາໄຟຟ້າສະເລ່ຍແຕ່ລະປີຂອງບັນດາຄອບຄົວໃນປີ 2022 ໄດ້ເພີ່ມຂຶ້ນເຖິງ 54% ຊື່ງແມ່ນລະດັບເກືອບ 2000 ປອນ ສະກຸນເງິນ ອັງກິດ.
TAG
VOV/VOVworld/​ຢຸດ​ຕິ​ການ​ປະ​ທະ​ກັນ​/ມາດ​ຕະ​ການ​ຮັບ​ມື

More