ເອີລົບຖືກແບ່ງແຍກຍ້ອນໂຄຕ້າຊາວອົບພະຍົບເຂົ້າເມືອງ.
14/09/2017 09:46
(VOVWORLD) -ວັນທີ 6 ກັນຍາ, ສານຕຸລາການ ເອີລົບ ໄດ້ປະຕິເສດໃບຮ້ອງທຸກຂອງ ຮຸງກາຣີ ແລະ ສະໂລວາກີ ສຳລັບແຜນການຈັດແບ່ງ ໂຄຕ້າ ຊາວອົບພະຍົບເຂົ້າເມືອງ ລະຫວ່າງ ບັນດາປະເທດ ຂຶ້ນກັບ ສະຫະພາບເອີລົບ (ອີຢູ) . ຖະແຫລງການໄດ້ຢືນຢັນວ່າ: ກົນໄກນີ້ແມ່ນຄິດໄລ່ຄວາມດຸ່ນດ່ຽງຕໍ່ການຈັດແບ່ງຊາວອົບພະຍົບເຂົ້າເມືອງ ເພື່ອຫນູນຊ່ວຍ ປະເທດກະເລັກ ແລະ ອີຕາລີ ຮັບມືກັບບັນດາການກະທົບຈາກວິກິດການຊາວອົບພະຍົບໃນປີ 2015. ເຖິງຢ່າງໃດກໍຕາມ, ຄຳຕັດສິນຂອງສານຕຸລາການ ເອີລົບ ຈະເຮັດໃຫ້ສະພາບເກີດຄວາມເຄັ່ງຕຶງຂຶ້ນຕື່ມ ເພາະວ່າ ມັນກໍ່ຄວາມຂັດແຍ້ງລະຫວ່າງບັນດາປະເທດສະມາຊິກໃນ ອີຢູ ຕື່ມອີກ.

ຊາວອົບພະຍົບຢູ່ສະຖານີລົດໄຟ
TAG
VOV/VOVworld/ສານຕຸລາການ
Related








