VOV WorldVOV World
ແນວໂຮມປະເທດຊາດຫວຽດນາມ ຕິດຕາມກວດກາວຽກງານການເລືອກຕັ້ງຢ່າງແໜ້ນແຟ້ນ
18/03/2016 12:23
ນັບ​ແຕ່​ວັນ​ທີ 20/3 ທີ່​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈະ​ດຳ​ເນີນ 3 ບັ້ນ​ຕິດ​ຕາມກວດ​ກາເພື່ອ​ຊອກ​ຮູ້ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​
ແນວໂຮມປະເທດຊາດຫວຽດນາມ ຕິດຕາມກວດກາວຽກງານການເລືອກຕັ້ງຢ່າງແໜ້ນແຟ້ນ
     ນັບ​ແຕ່​ວັນ​ທີ 20/3 ທີ່​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈະ​ດຳ​ເນີນ 3 ບັ້ນ​ຕິດ​ຕາມກວດ​ກາເພື່ອ​ຊອກ​ຮູ້ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດວຽກ​ງານການ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ​ໃນ​ພາກ​ຕົວ​ຈິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ໃນ​ວິ​ວັດ​ການ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ໃນ​ວັນ​ທີ 22/5 ທີ່​ຈະ​ມາ​ເຖິງ.     ຄະ​ນະຕິດ​ຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ​ລົງ​ຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງຢູ່​ແຂວງກວາງ​ຈິ       ຈຸດ​ປະ​ສົງ​ຂອງການຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງ​ແມ່ນ​ເພື່ອ​ກຳ​ແໜ້ນ​ສະ​ພາບ​ການ, ໝາກ​ຜົນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍວຽກ​ງານການ​ເລືອກ​ຕັ້ງ​​ຢູ່​ທີ່ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໃນ​ທ້ອງ​ຖິ່ນ​ຕ່າງໆ. ຜ່ານ​ການ​ຕິດ​ຕາມກວດ​ກາ, ກໍ​ພົບເຫັນ​​ມີບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​ໃນ​ພຶດ​ຕິ​ກຳ​ແຫ່ງ​ການ​ຜັນ​ຂະ​ຫຍາຍວຽກ​ງານການ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ, ບັນ​ດາ​ການ​ລະ​ເມີດ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ເລືອກ​ຕັ້ງ​ເພື່ອ​ມີ​ທິດ​ທາງ​ແກ້​ໄຂ ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 22/5 ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ, ມີ​ຄວາມ​ປອດ​ໄພ ແລະ ກາຍ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ້​ຈິງ.
TAG
vovworld/ເລືອກ​ຕັ້ງ

More