VOV WorldVOV World
ເຂົ້າຮ່ວມກອງປະຊຸມ WEF – ASEAN 2017: ຫວຽດນາມ ສະແດງຄວາມຕັດສິນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ
10/05/2017 05:57
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Techo HunSen ແລະ ທ່ານປະທານເວທີເສດຖະກິດໂລກ Klaus Schwab, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF-ASEAN) ຢູ່ກຳປູເຈຍ ໃນລະຫວ່າງວັນທີ 11 – 12 ພືດສະພາ 2017. ເຂົ້າຮ່ວມເຫດການສຳຄັນນີ້ ຢັ້ງຢືນຄວາມຕັດສິນການປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບໂລກ, ແຜນນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ພ້ອມທັງ ສະແດງໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ; ຊຸກຍູ້ການພົວພັນຮ່ວມມືທີ່ພວມພັດທະນາລະຫວ່າງ ຫວຽດນາມ ແລະ WEF.
ເຂົ້າຮ່ວມກອງປະຊຸມ WEF – ASEAN 2017: ຫວຽດນາມ ສະແດງຄວາມຕັດສິນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ
ທ່ານປະທານເວທີເສດຖະກິດໂລກ Klaus Schwab ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: TTXVN)
TAG
VOV/VOVworld/ເສດ​ຖະ​ກິດ/ການ​ພັດ​ທະ​ນາ/WEF

More