VOV WorldVOV World
ເລືອກເຟັ້ນເອົາບັນດາຜູ້ແທນທີ່ເໝາະສົມເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ
17/03/2021 10:07
(VOVWORLD) - ແຕ່ວັນທີ 15 ມີນາ ຫາວັນທີ 13 ເມສາ, ແນວໂຮມປະເທດຊາດ ຫວຽດນາມ ຈະເລີ່ມຕົ້ນການຕິດຕາມກວດກາບັ້ນທີ 1 ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.
ເລືອກເຟັ້ນເອົາບັນດາຜູ້ແທນທີ່ເໝາະສົມເຂົ້າໃນສະພາແຫ່ງຊາດ ແລະ  ສະພາປະຊາຊົນ
ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ແຕ່ງຕັ້ງ 5 ຄະນະຕິດຕາມກວດກາວຽກງານເລືອກຕັ້ງ. ແຕ່ລະຄະນະຕິດຕາມກວດກາ ຈະໄປກວດກາຢູ່ 3 ທ້ອງຖິ່ນຂັ້ນແຂວງ ແລະ 1 ທ້ອງຖິ່ນຂັ້ນເມືອງຢູ່ແຕ່ລະແຂວງ. ທ່ານ ໂງແຊກຖືກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ         ໃນວຽກງານເລືອກຕັ້ງ, ນອກຈາກການປະຕິບັດບັນດາສິດ ແລະ ຄວາມຮັບຜິດຊອບຈັດຕັ້ງການປຶກສາຫາລື, ເລືອກຕັ້ງ, ແນະນຳຜູ້ສະໝັກຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນ, ເຂົ້າຮ່ວມບັນດາອົງການຮັບຜິດຊອບການເລືອກຕັ້ງ…ແນວໂຮມປະເທດຊາດທຸກຂັ້ນ ຍັງປະຕິບັດການເຄື່ອນໄຫວຕິດຕາມກວດກາວຽກງານເລືອກຕັ້ງ. ການຕິດຕາມກວດກາຈະປະກອບສ່ວນເລືອກເອົາບັນດາຜູ້ແທນທີ່ເໝາະສົມເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຢ່າງແທ້ຈິງ.
TAG
VOV/VOVworld/ເລືອກເຟັ້ນ/ຜູ້ແທນ/ສະພາແຫ່ງຊາດ/ສະພາປະຊາຊົນ