VOV WorldVOV World
ເພີີ່ມທະວີການພົວພັນ ຫວຽດນາມ ແລະ ໂປໂລຍ
28/11/2017 11:03
(VOVWORLD) -ໂດຍຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ປະທານາທິບໍດີ ສ.ໂປໂລຍ Andrzej Duda ແລະ ພັນລະຍາໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຫວຽດນາມແຕ່ວັນທີ 27 ຫາວັນທີ 30 ພະຈິກປີ 2017
ເພີີ່ມທະວີການພົວພັນ ຫວຽດນາມ ແລະ ໂປໂລຍ
 ການຢ້ຽມຢາມຫວຽດນາມຂອງ ປະທານາທິບໍດີ ສ.ໂປໂລຍ Andrzej Duda ຄັ້ງນີ້ ເປັນການເປີດໜ້າປະຫວັດສາດໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ໂປໂລຍ, ເຮັດໃຫ້ການພົວພັນຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.  ປະທານາທິບໍດີ ສ.ໂປໂລຍ Andrzej Duda      ສ.ໂປໂລຍ ໃນໄລຍະທີ່ຜ່ານມາ ໄດ້ຍຶດໝັ້ນປະຕິບັດນະໂຍບາຍຫັນເສດຖະກິດເປັນເວລີ, ແມ່ນປະເທດຢືນອັນດັບທີ 20 ກ່ຽວກັບລະດັບ GDP ໃນໂລກ ແລະ ແມ່ນພື້ນຖານເສດຖະກິດຢືນອັນດັບທີ 6 ໃນສະຫະພາບເອີລົບ.   ຫວຽດນາມ ແລະ ໂປໂລຍໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 4 ກຸມພາປີ 1950. ນັບແຕ່ເມື່ອໄດ້ ສ້າງຕັ້ງການພົວພັນທາງການທູດ, 2 ປະເທດໄດ້ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ.   
TAG
VOV/VOVworld/ພົວ​ພັນ​ຮ່ວມ​ມື