VOV WorldVOV World
ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ
19/04/2022 08:58
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ວັນທີ 19 ເມສາ, ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໂດຍຖືກດຳເນີນພາຍຫຼັງການຢ້ຽມຢາມ ອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃນເດືອນ ທັນວາ 2021 ແລະ ການໂອ້ລົມທາງໂທລະສັບລະຫວ່າງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ຫວ່າງມໍ່ໆມານີ້, ການຢ້ຽມຢາມຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເປັນການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.
ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ  ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ໃນການຢ້ຽມຢາມອິນເດຍ ປີ 2021 (ພາບ: quochoi.vn) ການຢ້ຽມຢາມດັ່ງກ່າວ ຖືກດຳເນີນໃນສະພາບປີ 2022, ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (ວັນທີ 7 ມັງກອນ 1972 – 7 ມັງກອນ 2022). ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (ສ້າງຕັ້ງເມື່ອເດືອນ ກັນຍາ 2016) ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງ ແລະ ຢ່າງບໍ່ຢຸດຢັ້ງ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19.
TAG
VOV/VOVworld/ອິນ​ເດຍ/ສະ​ພາ​ແຫ່ງ​ຊາດ/ສະ​ພາຕ່ຳ​/ຢ້ຽມ​ຢາມ

More