ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19
07/10/2020 08:46
(VOVWORLD) - ປະຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາບ້ວງເງິນໜູນຊ່ວຍ ເພື່ອຄົ້ນຄວ້າ, ພິຈາລະນາ, ແກ້ໄຂສິ່ງຕິດຂັດໃຫ້ແກ່ວິສາຫະກິດຢ່າງວ່ອງໄວ, ຄິດໄລ່ໄຕ່ຕອງຄວາມເປັນໄປໄດ້ ໃນການເປີດກ້ວາງເປົ້າໝາຍທີ່ຕ້ອງການຄວາມໜູນຊ່ວຍບ້ວງເງິນໜູນຊ່ວຍ, ເວລາ, ການກຳນົດເວລາ.

ໂລກລະບາດໂຄວິດ-19 ເກີດຂຶ້ນນັບແຕ່ຕົ້ນປີມາຮອດປະຈຸບັນໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ບັນດາວິສາຫະກິດຜະລິດ ແລະ ການບໍລິການທັງໝົດ. ເພື່ອຊ່ວຍໃຫ້ວິສາຫະກິດຟື້ນຟູ “ກຳລັງແຮງ”, ໃນໄລຍະຜ່ານມາ ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂ. ການໜູນຊ່ວຍຢ່າງແທດຈິງ, ມີປະສິດທິຜົນຂອງລັດ ພວມເປັນການເພີ່ມກຳລັງ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ຊ່ວຍບັນດາວິສາຫະກິດຮັກສາການເຄື່ອນໄຫວ, ຜ່ານຜ່າສິ່ງທ້າທາຍເທື່ອລະກ້າວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດໃນວັນທີ 9/5/2020. ພາບ: TTXVN ໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບັນດາມາດຕະການ ເພື່ອແນໃສ່ຟື້ນຟູເສດຖະກິດທັງໃນເວລາເກີດໂລກລະບາດ ແລະ ຫລັງໂລກລະບາດ, ຄືປະກາດໃຊ້ບັນດາມະຕິກ່ຽວກັບບັນດາມາດຕະການໜູນຊ່ວຍໃຫ້ປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະຍາດໂຄວິດ-19, ໃນນັ້ນ ລັດໄດ້ແບ່ງປັນຄວາມຮັບຜິດຊອບກັບວິສາຫະກິດ ໃນການຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານ. ລັດຖະບານກໍ່ຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິ 4 ສະບັບ.
TAG
VOV/VOVworld/ເພີ່ມກຳລັງ/ວິສາຫະກິດ/ໂລກລະບາດ/ໂຄວິດ-19
Related








