VOV WorldVOV World
ເພີ່ມສະມັດຕະພາບບັນດາປັດໄຈສັງລວມ ຕອບສະໜອງການເຊື່ອມໂຍງເຂົ້າກັບສາກົນ
26/02/2016 12:08
ໃນ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ຊຶ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ວາງ​ອອກ, ຄາດ​ໝາຍ​ການ​ເຕີບ​ໂຕ​ດ້ານ​ສະ​ມັດ​ຕະ​ພາບ​ບັນ​ດາ​ປັດ​ໄຈ​ສັງ​ລວມ​ໄດ້​ຮັບ​ການ​ກຳ​ນົດ​ຢູ່​ໃນ​ລະ​ດັບ​ແຕ່ 30% - 35% ໃນ​ປີ 2020
ເພີ່ມສະມັດຕະພາບບັນດາປັດໄຈສັງລວມ ຕອບສະໜອງການເຊື່ອມໂຍງເຂົ້າກັບສາກົນ
ໃນ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ຊຶ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ​ໄດ້​ວາງ​ອອກ, ຄາດ​ໝາຍ​ການ​ເຕີບ​ໂຕ​ດ້ານ​ສະ​ມັດ​ຕະ​ພາບ​ບັນ​ດາ​ປັດ​ໄຈ​ສັງ​ລວມ​ໄດ້​ຮັບ​ການ​ກຳ​ນົດ​ຢູ່​ໃນ​ລະ​ດັບ​ແຕ່ 30% - 35% ໃນ​ປີ 2020. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ຫຍຸ້ງຍາກ​ແຕ່ຈະສາ​ມາດ​ປະ​ຕິ​ບັດ​ໄດ້, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາ​ມ​ພວມ​ຕັ້ງ​ໜ້າ​ກະ​ກຽມ​​ເຊື່ອ​ມ​ໂຍງ​ເຂົາ​ກັບ​ສາ​ກົນ ຂະ​ນະ​ທີ່​ສັນ​ຍາ​ຄູ່​ຮ່ວມ​ມືຂ້າມ​ປາ​ຊີ​ຟິກ TPP ມີ​ຜົນ​ສັກ​ສິດ. ​ທ່ານ​ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ         ບໍ່​ເຊັ່ນ​ດຽວ​ກັນ​ກັບ​ສະ​ມັດ​ຕະ​ພາບການ​ອອກ​ແຮງ​ງານ, ​ສະ​ມັດ​ຕະ​ພາບ​ບັນ​ດາ​ປັດ​ໄຈ​ສັງ​ລວມ( ເອີ້ນ​ຫຍໍ້​ວ່າ : TFP) ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ປັດ​ໄຈ​ເຊັ່ນ: ລະ​ດັບ​ຄວາມ​ຮູ້, ບົດ​ຮຽນ, ປະ​ສັບ​ການ, ທັກ​ສະ​ການ​ອອກ​ແຮງ​ງານ, ຄຸນ​ນະ​ພາບ​ເງິນ​ລົງ​ທຶນ, ສິນ​ຄ້າ​ການ​ບໍ​ລິ​ການ, ທັກ​ສະ​ການ​ຄຸ້ມ​ຄອງ…ນີ້​ແມ່ນ​ຂົງ​ເຂດ​ທີ່ບໍ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ. ໃນ​ປີ 2010, TFP ຂອງ​ຫວຽດ​ນາມ​ຖືກ​ລົບ, ລົງເຫຼືອ​ພຽງ 0,27%.
TAG
vovworld/ເສດ​ຖະ​ກິດ

More