VOV WorldVOV World
ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ສ. ເຊັກໂກ
06/06/2017 07:44
(VOVWORLD) - ໂດຍຮັບຄຳເຊີນຈາກທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ປະທານາທິບໍດີ ສ. ເຊັກໂກ Milos Zeman ໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 6 -8 ມິຖຸນາ 2017. ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ, ການສົ່ງອອກແຮງງານ, ພ້ອມທັງບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ສ. ເຊັກໂກ
ທ່ານປະທານາທິບໍດີ Milos Zeman  ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 2 ກຸມພາ 1950, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ. ເຊັກໂກ ໄດ້ຮັບການເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງ 2 ປະເທດ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນ ເອີລົບກາງ, ເອີລົບຕາເວັນອອກ, ໃນນັ້ນມີ ສ. ເຊັກໂກ ຊຶ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ. ສ. ເຊັກໂກ  ຍາມໃດກໍ່ປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.        
TAG
VOV/VOVworld/ສ. ເຊັກໂກ

More