ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດທະວີບອາເມລິກາ
08/11/2017 08:01
(VOVWORLD) -ສຳລັບ ຈີເລ ແລະ ການາດາ, ຫວຽດນາມ ລ້ວນແຕ່ສ້າງຕັ້ງການພົວພັນທາງການທູດໃນຊຸມຕົ້ນປີ 70 ຂອງສະຕະວັດກ່ອນ (ສຳລັບ ຈີເລ ແມ່ນປີ 1971; ການາດາ ແມ່ນປີ 1973).

ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: TTXVN) ວັນທີ 08 ພະຈິກ, ຫວຽດນາມ ໄດ້ຮັບຕ້ອນການນຳທະວີບອາເມລິກາ 2 ທ່ານທີ່ມາຢ້ຽມຢາມທາງລັດຖະກິດ ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນັ້ນແມ່ນທ່ານປະທານາທິບໍດີ ສ.ຈີເລ Michelle Bachelet ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ບັນດາການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ແລະ 2 ປະເທດທະວີບອາເມລິກາ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນໃໝ່ໃຫ້ການພົວພັນ 2 ຝ່າຍ. ສຳລັບ ຈີເລ ແລະ ການາດາ, ຫວຽດນາມ ລ້ວນແຕ່ສ້າງຕັ້ງການພົວພັນທາງການທູດໃນຊຸມຕົ້ນປີ 70 ຂອງສະຕະວັດກ່ອນ (ສຳລັບ ຈີເລ ແມ່ນປີ 1971; ການາດາ ແມ່ນປີ 1973). ນີ້ແມ່ນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ ສ.ຈີເລ Michelle Bachelet ແຕ່ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ບັນດາການຢ້ຽມຢາມໃນຄັ້ງນີ້ ດຳເນີນໄປໃນສະພາບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ກັບ ຈີເລ ແລະ ກັບ ການາດາ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນຫລາຍຂົງເຂດ.
TAG
VOV/VOVworld/ການາດາ/ຈີເລ
Related








