ເພີ່ມທະວີການຮ່ວມມືລັດຖະສະພາ ກຳປູເຈຍ - ລາວ - ຫວຽດນາມ
05/12/2023 08:55
(VOVWORLD) - ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ (ແຕ່ວັນທີ 4 – 6 ທັນວາ). ນີ້ແມ່ນເຫດການສຳຄັນ ແລະ ມີລັກສະນະປະຫວັດສາດໃນການພົວພັນລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ, ສ້າງພື້ນຖານທາງການໃຫ້ແກ່ການຮ່ວມມື 3 ຝ່າຍ ຢູ່ໃນລະດັບສູງສຸດຂອງສະພາແຫ່ງຊາດ 3 ປະເທດ. ພ້ອມທັງ, ປັບປຸງຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະກອບສ່ວນກຳນົດທິດສັງລວມໃນການພົວພັນ 3 ປະເທດ.

ປະທານສະພາແຫ່ງຊາດ ກຳປູເຈຍ - ຫວຽດນາມ - ລາວ
TAG
VOV/VOVworld/
Related








