ເພີ່ມທະວີນ້ຳໃຈມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ - ຈີນ
30/03/2016 08:28
(vovworld)- ການພົບປະແລກປ່ຽນມິດຕະພາບປ້ອງກັນປະເທດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 3

(vovworld)- ການພົບປະແລກປ່ຽນມິດຕະພາບກຳລັງປ້ອງກັນປະເທດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 3 ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງ ໂດຍ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ຈີນ ຈັດຕັ້ງ ຢູ່ ນະຄອນ ລ້າງເຊີນ (ຫວຽດນາມ) ແລະ ແຂວງ ກວາງຊີ (ຈີນ). ການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ຈີນ ປີນີ້ ອີກຄັ້ງຫນຶ່ງປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງຫນູນໃຫມ່, ຄວາມຕັດສິນໃຈໃຫມ່ ເຮັດໃຫ້ການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກວ່າ, ກໍ່ສ້າງເຂດຊາຍແດນຫວຽດນາມ - ຈີນ ກາຍເປັນເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາຢ່າງມີສະຖຽນລະພາບ ແລະ ໝັ້ນຄົງ. ການພົບປະແລກປ່ຽນມິດຕະພາບກຳລັງປ້ອງກັນປະເທດຢູ່ເຂດຊາຍແດນ ຫວຽດນາມ - ຈີນ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ມີຄວາມໝາຍສຳຄັນສຳລັບການດຳເນີນຊີວິດດ້ານການເມືອງ, ດ້ານຈິດໃຈຂອງທະຫານ ແລະ ປະຊາຊົນຢູ່ເຂດຊາຍແດນສອງປະເທດຫວຽດນາມ ແລະຈີນ. ພິເສດກວ່າ, ນັ້ນແມ່ນການເຄື່ອນໄຫວມີລັກສະນະ ເປັນສັນຍາລັກຂອງກອງທັບປະຊາຊົນສອງປະເທດມີຊາຍແດນຮ່ວມ. ຄະນະຜູ້ແທນກຳລັງປ້ອງກັນປະເທດຫວຽດນາມ-ຈີນເຂົ້າຮ່ວມ ການພົບປະມິດຕະພາບ ພາບ:TTXVN
TAG
vovworld/ເຈລະຈາສັນຕິພາບ
Related
More








