ເພື່ອໃຫ້ຫວຽດນາມ ບໍ່ມີຜູ້ອຶດຫິວ ທຸກຍາກ
14/12/2020 09:09
(VOVWORLD) - ຫວຽດນາມ ຈະສືບຕໍ່ສະຫງວນກຳລັງເຫື່ອແຮງ ແລະ ບັນດາແຫຼ່ງກຳລັງທີ່ເໝາະສົມໃຫ້ແກ່ວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ໃນຊຸມປີຕໍ່ໜ້າ, ເມື່ອມຸ່ງໄປເຖິງເປົ້າໝາຍ ຫວຽດນາມ ບໍ່ມີຜູ້ທຸກຍາກ ອຶດຫິວໃນປີ 2045, ສະເຫຼີມສະຫຼອງວັນສ້າງຕັ້ງປະເທດຊາດຄົບຮອບ 100 ປີ. ນີ້ແມ່ນເປົ້າໝາຍທີ່ມີຄວາມໝາຍຫຼາຍຢ່າງ, ສະແດງໃຫ້ເຫັນການກຳນົດທິດທີ່ສຳຄັນ ຂອງການນຳຫວຽດນາມ ໃນການຮັບປະກັນສະຫວັດດີການສັງຄົມ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ 2016-2020 (ພາບ: nhandan.com.vn ) ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ 2016-2020, ຈັດຂຶ້ນເມື່ອວັນທີ 11 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ກ່ຽວກັບການພັດທະນາເສດຖະກິດ ຕິດພັນກັບສັງຄົມ, ສິ່ງແວດລ້ອມ, ໃນນັ້ນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນສະຫວັດດີການສັງຄົມ.
TAG
VOV/VOVworld/ອຶດຫິວ ທຸກຍາກ/ໂຄງການເປົ້າໝາຍແຫ່ງຊາດ/ຫງວຽນຊັວນຟຸກ/ລົບລ້າງ/
Related








