VOV WorldVOV World
ເພື່ອ​ພາກ​ພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ທີ່ເສ​ລີ ແລະ ເປີດກວ້າງ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ
09/10/2020 10:08
(VOVWORLD) - ຄືດັ່ງການໃຫ້ຂໍ້ສັງເກດຂອງວົງການນັກໄຈ້ແຍກ, ໃນກອງປະຊຸມພິເສດທີ່ຖືກດຳເນີນໃນກາງອາທິດນີ້ ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ກຸ່ມ 04 ປະເທດ QUAD ເຊິ່ງລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກວ້າງການຮ່ວມມືເພື່ອປະຕິບັດວິໄສທັດພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ບົນພື້ນຖານກົດໝາຍສາກົນ.
ເພື່ອ​ພາກ​ພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ທີ່ເສ​ລີ ແລະ ເປີດກວ້າງ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ
ປີ 2017, ຢູ່ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທ່ານປະທານາທິບໍດີ ອາເມລິກາ Donald Trum ໄດ້ເຕື້ອງເຖິງແນວຄວາມຄິດສ້າງ ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃຫ້ມີຄວາມເສລີ ແລະ ເປີດກວ້າງ. ຮອດເດືອນກັນຍາ 2019, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານມີຄວາມໜາ 32 ໜ້າ ກ່ຽວກັບພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ. ບົດລາຍງານໄດ້ຢັ້ງຢືນກ່ຽວກັບວິໄສທັດ ແລະ ວິທີການສຳຜັດຂອງ ອາເມລິກາ ແມ່ນຕິດພັນຢ່າງແໜ້ນແຟ້ນກັບແຜນການ ປາຊີຟິກ ທີ່ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ, ກັບ ນະໂຍບາຍການກະທຳ ມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ, ກັບແຜນການ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອົດສະຕາລີ, ກັບ ນະໂຍບາຍທາງທິດໃຕ້ ໃໝ່ ຂອງ ສ.ເກົາຫຼີ ແລະ ນະໂຍບາຍໃໝ່ ທາງທິດໃຕ້ ຂອງ ໄຕ້ຫວັນ (ຈີນ).
TAG
VOV/VOVworld/4 ປະເທດ QUAD/ມະ​ຫ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ/ເສ​ລີ/ເປີດກວ້າງ/ວິ​ໄສ​ທັດ