ເພື່ອຜົນສຳເລັດຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ
03/03/2021 10:37
(VOVWORLD) - ຈຳນວນສະມາຊິກສະພາປະຊາຊົນໄດ້ຮັບການເລືອກຕັ້ງຢູ່ແຕ່ລະຫົວໜ່ວຍບໍລິຫານ ຕ້ອງອີງໃສ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາກອນຂອງແຕ່ລະຫົວໜ່ວຍບໍລິຫານ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຈະດຳເນີນໃນວັນທີ 23 ພຶດສະພາ 2021 ແມ່ນເຫດການການເມືອງສຳຄັນ ແລະ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ໂດຍຜ່ານການເລືອກຕັ້ງ, ເລືອກເອົາບັນດາຜູ້ແທນດີເດັ່ນ, ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທດຈິງ, ສົມເປັນຕົວແທນໃຫ້ປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ເຫດການສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຢູ່ບັນດາທ້ອງຖິ່ນ. ພາບປະກອບ ຕາມມະຕິເລກທີ 1185, ຍອດຈຳນວນຜູ້ແທນສະພາແຫ່ງຊາດຊຸດທີ XV ແມ່ນ 500 ທ່ານ. ມີໂຄງປະກອບທີ່ເໝາະສົມ, ເປັນຕົວແທນດີເດັ່ນທີ່ຕາງໜ້າໃຫ້ບັນດາຂະແໜງການ, ທຸກເພດ ແລະ ປະຊາຊົນທຸກຊັ້ນວັນນະ. ຈຳນວນສະມາຊິກສະພາປະຊາຊົນໄດ້ຮັບການເລືອກຕັ້ງຢູ່ແຕ່ລະຫົວໜ່ວຍບໍລິຫານ ຕ້ອງອີງໃສ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາກອນຂອງແຕ່ລະຫົວໜ່ວຍບໍລິຫານ.
TAG
VOV/VOVworld/ຜົນສຳເລັດ/ການເລືອກຕັ້ງ/ສະພາແຫ່ງຊາດຊຸດ/ສະພາປະຊາຊົນ
Related








