VOV WorldVOV World
ເສດ​ຖະ​ກິດທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ ຍ້ອນ​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ
08/03/2022 08:23
(VOVWORLD) -ໃນສະພາບການທີ່ທ່ວງທ່າການຟື້ນຟູພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຍັງບໍ່ທັນຈະແຈ້ງເທື່ອ, ເສດຖະກິດທົ່ວໂລກ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຈາກວິກິດການ ລັດເຊຍ - ຢູແກຼນ, ເຊິ່ງເປັນສອງປະເທດທີ່ມີບົດບາດສຳຄັນໃນລະບົບສະໜອງສິນຄ້າສາກົນ. ເພາະສະນັ້ນ, ເຖິງວ່າຍາກທີ່ຈະຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ເສດຖະກິດໂລກຍັງຖືກຄາດຄະເນວ່າ ຈະປະສົບກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງຈາກວິກິດການທີ່ຍັງບໍ່ຮູ້ວັນສິ້ນສຸດນີ້.
ເສດ​ຖະ​ກິດທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ ຍ້ອນ​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ
ມີບົດລາຍງານການເງິນສາກົນຫຼາຍບົດໄດ້ໃຫ້ຂໍ້ສັງເກດລວມວ່າ ບັ້ນຮົບການທະຫານຂອງ ລັດເຊຍ ຢູ່ ຢູແກຼນ ແລະ ບັນດາຄຳສັ່ງລົງໂທດ ເຊິ່ງຝ່າຍຕາເວັນຕົກຈັດວາງແກ່ ລັດເຊຍ ຍາກທີ່ຈະເຮັດໃຫ້ເສດຖະກິດທົ່ວໂລກຖືກຊຸດໂຊມ, ໃນຂະນະທີ່ຂອບຂະໜາດເສດຖະກິດຂອງ ລັດເຊຍ ແລະ ຢູແກຼນ ບວກເຂົ້າກັນກໍກວມເອົາພຽງແຕ່ 2% ຍອດ GDP ທົ່ວໂລກເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນສອງປະເທດນີ້ສວມບົດບາດສຳຄັນໃນລະບົບສະໜອງສິນຄ້າທົ່ວໂລກ, ພິເສດ ແມ່ນໃນຂົງເຂດພະລັງງານ ແລະ ສະບຽງອາຫານ, ຜົນກະທົບຈາກວິກິດການ ລັດເຊຍ - ຢູແກຼນ ທີ່ໄດ້ຮັບການຕີລາຄາວ່າ ຮ້າຍແຮງ, ໄດ້ ແລະ ພວມເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຖືກສັບສົນຂຶ້ນຕື່ມ.
TAG
VOV/VOVworld/ເສດ​ຖະ​ກິດ/ລັດ​ເຊຍ/ຢູ​ແກຼນ/ສິ່ງ​ທ້າ​ທາຍ

More