ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ
26/04/2022 08:02
(VOVWORLD) -ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳຫນ້າໃນທົ່ວປະເທດປະຕິບັດການພັດທະນາເສດຖະກິດ ດິຈິຕອນ. ນະຄອນ ວາງຄາດໝາຍຮອດປີ 2025, ເສດຖະກິດ ດິຈິຕອນ ຈະກວມເອົາອັດຕາ 25% ໃນ GRDP ແລະ ຮອດປີ 2030 ແມ່ນ 40%. ເພື່ອບັນລຸຄາດໝາຍນັ້ນໃຫ້ໄດ້, ນະຄອນ ໄດ້ ແລະ ພວມສ້າງຫລາຍນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ ດິຈິຕອນ.

ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus.ພາບ: Vinh Quang ບໍລິສັດ ຢາອານ ຈຳກັດ ຢູ່ ເມືອງ ບີ່ງເຕີນ, ແມ່ນບໍລິສັດຜະລິດກະແຈ ເອເລັກໂຕນິກ ກັນຂະໂມຍ ແລະ ອຸປະກອນ GPS ຕິດຕາມລົດ. ຍ້ອນມີການຫັນເປັນ ດິຈິຕອນ ຢູ່ຂອດຜະລິດ ແລະ ບັນຊີ ຈຶ່ງເຮັດໃຫ້ວິສາຫະກິດນີ້ຫລຸດຜ່ອນລາຍຈ່າຍໄດ້ຫລາຍພໍສົມຄວນ ພ້ອມທັງເຮັດໃຫ້ ປະສິດທິຜົນການຜະລິດດຳເນີນທຸລະກິດເພີ່ມຂຶ້ນ ແຕ່ 25 – 30% ເມື່ອທຽບໃສ່ໄລຍະກ່ອນນີ້. ວິສາຫະກິດແຫ່ງນີ້ ພວມສືບຕໍ່ຫັນເປັນດິຈິຕອນຢູ່ ຂອດຂາຍເຄື່ອງ online . ທ່ານນາງ ຟ້າມທູຍອານ, ຜູ້ອຳນວຍການບໍລິສັດ ຢາອານ ຈຳກັດ ແບ່ງປັນ: ໃນວິວັດການຫັນເປັນດິຈິຕອນ ບໍລິສັດຕ້ອງການການຫນູນຊ່ວຍ, ໃຫ້ຄຳປຶກສາກ່ຽວກັບມາດຕະການດ້ານເຕັກໂນໂລຊີໃຫ້ເໝາະສົມ. “ ຍຸກປະຈຸບັນ ຖ້າພວກເຮົາບໍ່ມີການຫັນເປັນ ດິຈິຕອນ ພວກເຮົາຈະບໍ່ໄປທັດທຽມກັບຕະຫລາດໄດ້ . ສຳລັບບໍລິສັດເຕັກໂນໂລຊີ ຄືພວກຂ້າພະເຈົ້າ , ເລື່ອງຫັນເປັນດິຈິຕອນ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ . ພວກຂ້າພະເຈົ້າຕ້ອງການຫົວຫນ່ວຍໃຫ້ຄຳປຶກສາເໝາະສົມກັບຄວາມສາມາດ , ກຳລັງແຮງພາຍໃນ ເພື່ອຊອກຫາມາດຕະການຫັນເປັນດິຈິຕອນເໝາະສົມກັບດ້ານການເງິນ , ຊັບພະຍາກອນມະນຸດ .” ການຫັນເປັນ ດິຈິຕອນ ແມ່ນຄວາມຕ້ອງການຂອງວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈິມິນ ແຕ່ເຂົາເຈົ້າບໍ່ຮູ້ວ່າຈະເລີ່ມຕົ້ນຄືແນວໃດ. ຕໍ່ຫນ້າຄວາມຫຍຸ້ງຍາກຂອງວິສາຫະກິດ, ນະຄອນ ໄດ້ສ້າງຕັ້ງ ສູນຫນູນຊ່ວຍ ແລະ ໃຫ້ຄຳປຶກສາການຫັນເປັນ ດິຈິຕອນ. ຄຽງຄູ່ກັນນັ້ນ ມີຫລາຍບໍລິສັດສະຫນອງບໍລິການຫັນເປັນ ດິຈິຕອນກໍ່ມີຫລາຍມາດຕະການ, ເຄື່ອງມືໃຫ້ແກ່ແຕ່ລະຂະແຫນງ, ວິຊາສະເພາະ, ການບໍລິການຂອງແຕ່ລະວິສາຫະກິດ. ພາບປະກອບ: bao quoc te ນະຄອນ ໂຮ່ຈີມິນ ແມ່ນສະຖານທີ່ມີອັດຕາພົນລະເມືອງນຳໃຊ້ smartphone ຫລາຍກວ່າໝູ່ໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ ເລື່ອງຫັນເປັນ ດິຈິຕອນ ຄວນມີຖັນແຖວແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພື້ນຖານໂຄງລ່າງເຕັກໂນໂລຊີຫັນເປັນ ດິຈິຕອນ. ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus ຖືວ່າ: “ ນະຄອນ ໂຮ່ຈີມິນ ຄວນສ້າງບັນດາກົນໄກພິເສດສະຫງວນໃຫ້ບັນດາວິສາຫະກິດເຂົ້າຮ່ວມການຫັນເປັນ ດິຈິຕອນ . ບັນດາໂຄງການຂະຫນາດໃຫຍ່ , ນ້ອຍໃນລະດັບເສດຖະກິດມະຫາພາກ ອາດຈະໃຫ້ບຸລິມະສິດແກ່ວິສາຫະກິດ ຖ້າຫາກເຂົາເຈົ້າມີຄວາມສາມາດ ແລະ ເຕັກໂນໂລຊີໝູນໃຊ້ໄດ້ຫັນເປັນ ດິຈິຕອນ ”
TAG
VOV/VOVworld/ແຫລ່ງຊັບພະຍາກອນມະນຸດ/ຫັນເປັນດິຈິຕອນ
Related
More








