ເສດຖະກິດ ຫວຽດນາມ ມີບັນດາສັນຍານເປັນໜ້າຊື່ນຊົມ
07/04/2021 08:53
(VOVWORLD) - ການດຶງດູດເງິນລົງທຶນຈາກຕ່າງປະເທດຟື້ນຟູຢ່າງຕັ້ງໜ້າ. ເປັນຄັ້ງທຳອິດ ນັບແຕ່ເມື່ອໂລກລະບາດແຜ່ລະບາດ, ການດຶງດູດເງິນລົງທຶນຈາກຕ່າງປະເທດເຕີບໂຕເປັນບວກ. ຍອດຈຳນວນທຶນໃນໄຕມາດ I ບັນລຸກ່ວາ 10 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນປີ 2020.

ໃນຊຸມເດືອນຕົ້ນປີ 2021 ເສດຖະກິດ ຫວຽດນາມ ພວມມີບັນດາສັນຍານທີ່ຕັ້ງໜ້າ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຕະຫລາດເງິນຕາຕ່າງປະເທດເປັນປົກກະຕິ, ການຊຳລະເງິນຂອງລະບົບທະນາຄານຮັກສາການເຄື່ອນໄຫວເປັນຢ່າງດີ, ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນໂດຍກົງໄດ້ຮັບປະກັນ, ການຜະລິດດຳເນີນທຸລະກິດໄດ້ຮັບການປັບປຸງ, ພິເສດແມ່ນຕະຫລາດຫຼັກຊັບພວມສະແດງໃຫ້ເຫັນບາດກ້າວກະໂດດຂັ້ນຢ່າງຕໍ່ເນື່ອງ. ບັນດາປັດໄຈທັງໝົດດັ່ງກ່າວ ລ້ວນແຕ່ນຳມາເຊິ່ງແງ່ຫວັງປະເອີບໃຈໃຫ້ແກ່ເສດຖະກິດ ຫວຽດນາມ ໃນປີນີ້. ພາບປະກອບ/ baodautu.vn ໂລກລະບາດໂຄວິດ-19 ຍັງຄົງຜັນແປຢ່າງສັບສົນ ແຕ່ສະພາບເສດຖະກິດ - ສັງຄົມ ໃນ 3 ເດືອນຕົ້ນປີ 2021 ມີບັນດາສັນຍານເປັນໜ້າຊື່ນຊົມ ມີຈຸດພົ້ນເດັ່ນຫລາຍຢ່າງ. ມີອົງການການເງິນໃຫຍ່ສາກົນຫລາຍແຫ່ງ ກໍ່ຍົກອອກບັນດາຂໍ້ສັງເກດຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ.
TAG
VOV/VOVworld/ເສດຖະກິດ/ສັນຍານ/ໜ້າຊື່ນຊົມ
Related
More








