VOV WorldVOV World
ເສດຖະກິດສັງຄົມຫວຽດນາມມີສັນຍານເຕີບໂຕໃນ 6 ເດືອນຕົ້ນປີ 2017
03/07/2017 08:51
(VOVWORLD) - ພາຍຫຼັງການຊີ້ນຳຢ່າງເດັດດຽວຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 2 ໄດ້ມີລະດັບເຕີບໂຕຢ່າງແຮງ, ບັນລຸ 6,17%. ໄລ່ລວມໃນ 6 ເດືອນຜ່ານມາ, GDP ເພີ່ມຂຶ້ນປະມານ 5,73% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2016. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງມີສິ່ງທ້າທາຍຫຼາຍຢ່າງໃນການປະຕິບັດສຳເລັດຄາດໝາຍເຕີບໂຕ 6,7% ໃຫ້ທັງປີ 2017. ບົດຂຽນຂອງນັກຂ່າວ ເກີມຕູ໋.
ເສດຖະກິດສັງຄົມຫວຽດນາມມີສັນຍານເຕີບໂຕໃນ 6 ເດືອນຕົ້ນປີ 2017
(ພາບປະກອບອີນເຕີແນັດ) ຈຸດພົ້ນເດັ່ນທີ່ສຸດໃນໄລຍະ 6 ເດືອນຕົ້ນປີ 2017 ແມ່ນພື້ນຖານເສດຖະກິດໄດ້ຮັບການຟື້ນຟູ, ພິເສດແມ່ນມີທ່າເຕີບໂຕໃນໄຕມາດທີ 2. ເຊິ່ງສະແດງອອກຜ່ານບັນດາຕົວເລກຄາດໝາຍເຕີບໂຕ, ຕົວເລກຄາດໝາຍມູນຄ່າເພີ່ມ ຫຼື GDP ຂອງແຕ່ລະພາກສ່ວນລ້ວນແຕ່ສູງກວ່າເມື່ອທຽບໃສ່ໄຕມາດທີ 1.        
TAG
VOV/VOVworld/ການ​ປ​ະ​ຕິ​ຮູບ