VOV WorldVOV World
ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງໃນການ ຟື້ນຕົວ ແລະ ພັດທະນາເສດຖະກິດ
08/09/2022 10:16
(VOVWORLD) -ເສດຖະກິດ ຫວຽດນາມ ໄດ້ ແລະພວມຟື້ນຕົວ ແລະ ພັດທະນາຢ່າງກະໂດດຂັ້ນ ພາຍຫລັງຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນໃນ 2 ປີຜ່ານມາສິ້ນສຸດລົງ. ນີ້ແມ່ນໝາກຜົນຂອງການເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງຕະຫລອດໄລຍະປະຫວັດສາດ, ນັບແຕ່ເມື່ອລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນເມື່ອວັນທີ 2 ກັນຍາ ປີ 1945 ມາຮອດປະຈຸບັນ.
ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງໃນການ ຟື້ນຕົວ ແລະ ພັດທະນາເສດຖະກິດ
ພາບປະກອບ: VOV 77 ປີ ນັບແຕ່ເມື່ອສະຖາປະນາປະເທດ ໃນວັນທີ 2 ກັນຍາ ປີ 1945 ມາຮອດປະຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບເປີດກວ້າງ ແລະ ເຕີບໂຕວ່ອງໄວ, ບໍ່ພຽງແຕ່ຂຸດຄົ້ນໄດ້ທ່າແຮງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຍາດແຍ່ງໄດ້ຕະຫລາດໂລກອີກດ້ວຍ. ການລົງທຶນໂດຍກົງຂອງຕ່າງປະເທດໄດ້ກາຍເປັນຊ່ອງທາງລະດົມທຶນສຳຄັນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ມີຄຸນປະໂຫຍດອັນໃຫຍ່ຫລວງໃນການຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ, ທັນສະໄຫມ, ສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ, ຍົກສູງກຳລັງຄວາມສາມາດການຄຸ້ມຄອງ ແລະລະດັບເຕັກໂນໂລຊີໃຫ້ແກ່ພື້ນຖານເສດຖະກິດ. ປີ 2019, ກ່ອນທີ່ໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ,  ຈຳນວນໂຄງການລົງທຶນໂດຍກົງຂອງຕ່າງປະເທດ ຂອງຫວຽດນາມ ບັນລຸກວ່າ 4.000 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນບັນລຸກວ່າ 38.900 ລ້ານ USD, ເພີ່ມຂຶ້ນທົບ 24 ເທົ່າເມື່ອທຽບໃສ່ປີ 1990. ພາຍຫລັງ 36 ປີ ແຫ່ງການປ່ຽນແປງໃຫມ່, ຫວຽດນາມ ໄດ້ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບດ້ານເສດຖະກິດ. ນັບແຕ່ເມື່ອເຂົ້າຮ່ວມ WTO ປີ 2006 ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາ FTA ພາກພື້ນ ແລະສອງຝ່າຍ 15 ສະບັບ. ເລື່ອງເຂົ້າຮ່ວມ ແລະ ປະຕິບັດສັນຍາ FTA ໄດ້ນຳມາເຊິ່ງຫລາຍກາລະໂອກາດໃຫຍ່ໃຫ້ແກ່ ຫວຽດນາມ, ສົ່ງຜົນກະທົບຕັ້ງຫນ້າເຖິງການພັດທະນາເສດຖະກິດ, ຍົກສູງກຳລັງຄວາມສາມາດດ້ານແກ່ງແຍ້ງແຫ່ງຊາດ, ວິສາຫະກິດ ແລະ ຜະລິດຕະພັນ.  ພວມໃນທ່າເຕີບໂຕ, GDP ປີ 2019 ບັນລຸລະດັບ 7,2%, ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ລະບົບສະຫນອງຖືກຕັດຂາດ, ການຜະລິດຢຸດສະງັກ, ການເຕີບໂຕຂອງຫວຽດນາມ ຫລຸດລົງຢູ່ໃນລະດັບຕ່ຳກວ່າ 3%, ໃນຂະນະນັ້ນ ບັນດາປະເທດອື່ນບັນລຸການເຕີບໂຕເປັນລົບ. ຕໍ່ຫນ້າສະພາບການນັ້ນ, ຫວຽດນາມໄດ້ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ.    ຍິ່ງກວ່າເວລາໃດກໝົດ, ຄຳຮຽກຮ້ອງຕ້ອງການການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້ນຕົນເອງ, ຟື້ນຕົວຢ່າງວ່ອງໄວ, ພັດທະນາແບບຍືນຍົງໃນສະພາບ “ປົກກະຕິແບບໃຫມ່” ຊື່ງໄດ້ຮັບການວາງອອກຈາກ ພັກ ແລະ ລັດຫວຽດນາມ. ນີ້ແມ່ນແຜນນະໂຍບາຍເໝາະສົມກັບສະພາບຕົວຈິງ ແລະ ແມ່ນບາດກ້າວເດີນໝັ້ນຄົງຂອງເສດຖະກິດປະເທດຊາດ.    ນະໂຍບາຍຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ ຖືກທິດ ແລະ ມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ໃນ 6 ເດືອນ ຕົ້ນປີ 2022, ທົ່ວປະເທດ ມີກວ່າ 76.000 ວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່ ດ້ວຍຍອດຈຳນວນຄົນງານຈົດທະບຽນແມ່ນເກືອບ 515.000 ຄົນ, ເພີ່ມຂຶ້ນ 13,6 % ກ່ຽວກັບຈຳນວນວິສາຫະກິດ ແລະ ເພີ່ມ 6,3% ກ່ຽວກັບຈຳນວນຄົນງານເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດຈຳນວນທຶນຈົດທະບຽນເພີ່ມເຕີມເຂົ້າພື້ນຖານເສດຖະກິດແມ່ນ 2.730 ພັນຕຶ້ດົ່ງ, ເພີ່ມຂຶ້ນ 30,3%. ຖ້າຄິດໄລ່ທັງຈຳນວນວິສາຫະກິດກັບຄືນເຂົ້າເຄື່ອນໄຫວ ຈຳນວນວິສາຫະກິດເຂົ້າຮ່ວມຕະຫລາດ ໃນ 6 ເດືອນຕົ້ນປີ 2022 ບັນລຸ 116,9 ພັນວິສາຫະກິດ, ເພີ່ມຂຶ້ນ 25,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເມື່ອເວົ້າເຖິງບັນຫານີ້, ທ່ານ ຮ່ວາງວັນເກື່ອງ ສະມາຊິກສະພາແຫ່ງຊາດ ຖືວ່າ:
TAG
VOV/VOVworld/ກະແສທຶນ FDI/ໂຄງປະກອບເສດຖະກິດ/ເປັນເຈົ້າຕົນເອງ

More