ເສີມຂະຫຍາຍທີ່ຕັ້ງບົດບາດຂອງຫວຽດນາມຢູ່ບັນດາກົນໄກຫຼາຍຝ່າຍ
07/03/2016 09:23
ນັບແຕ່ປີ 2014 , ຫວຽດນາມໄດ້ຮັບບົດບາດເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໃນອາຍຸການ 3 ປີ. ໂດຍຜ່ານຜ່າ 2/3 ໄລຍະທາງເປັນສະມາຊິກ, ຫວຽດນາມໄດ້ຄ່ອຍຢືນຢັນພາບພົດ ແລະ ບົດບາດຂອງຕົນໃນເວທີປາໄສສິດທິມະນຸດ

ນັບແຕ່ປີ 2014 , ຫວຽດນາມໄດ້ຮັບບົດບາດເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໃນອາຍຸການ 3 ປີ. ໂດຍຜ່ານຜ່າ 2/3 ໄລຍະທາງເປັນສະມາຊິກ, ຫວຽດນາມໄດ້ຄ່ອຍຢືນຢັນພາບພົດ ແລະ ບົດບາດຂອງຕົນໃນເວທີປາໄສສິດທິມະນຸດອັນດັບໜຶ່ງຂອງສະຫະປະຊາຊາດ, ສະແດງໃຫ້ເຫັນທີ່ຕັ້ງບົດບາດກ້າວຂຶ້ນເທື່ອລະກ້າວຜ່ານການຢັ້ງຢືນຂອງເພື່ອນມິດສາກົນ ແລະ ປະຊາຄົມໂລກ. ທ່ານຮ່າກິມງອກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດຫວຽດນາມ ພົບປະກັບຄະນະຜູ້ຕາງໜ້າພິເສດຂອງລັດຖະບານອົດສະຕາລີກ່ຽວກັບສິດທິມະນຸດ ເຖິງວ່າເປັນສະມາຊິກເຂົ້າຮ່ວມສະພາສິດທິມະນຸດເປັນຄັ້ງທຳອິດກໍຕາມ, ແຕ່ຫວຽດນາມໄດ້ພິສູດໃຫ້ເຫັນຢ່າງແທ້ຈິງວ່າ ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ສະພາສິດທິມະນຸດ, ພ້ອມກັບບັນດາປະເທດສະມາຊິກອື່ນ ແກ້ໄຂບັນດາສິ່ງທ້າທາຍລວມຂອງມວນມະນຸດໃນຂົງເຂດສິດທິມະນຸດ.
TAG
vovworld/ສິດທິມະນຸດ
Related
More








