VOV WorldVOV World
​ເວ​ເ​ນຊູ​ເອລາ ຕໍ່ໜ້າຄວາມ​ສ່ຽງ​ເກີ​ດສົງຄາມ​ພາຍ​ໃນ
29/01/2019 12:43
(VOVWORLD) -ວິກິດການດ້ານເສດຖະກິດ, ການເມືອງ ຢູ່ ເວເນຊູເອລາ ພວມໄປຕາມທິດນັບມື້ນັບໃກ້ກັບຄວາມສ່ຽງເກີດການປະທະກັນ, ເມື່ອສັງຄົມປະເທດນີ້ ຖືກແບ່ງແຍກຢ່າງເລິກເຊິ່ງ ລະຫວ່າງຝ່າຍທ່ານປະທານາທິບໍດີ Nicolas Maduro ໂດຍໄດ້ຮັບການໜູນຫຼັງຈາກກອງທັບ ແລະ ອີກຝ່າຍໜຶ່ງ ແມ່ນ ຝ່າຍທ່ານປະທານາບໍດີອ້າງຊື່ເອງ Juan Guaido, ປະທານສະພາແຫ່ງຊາດ ແລະ ແມ່ນຫົວໜ້າຂະບວນການຝ່າຍຄ້ານ. ໃນຂະນະນັ້ນ, ປະຊາຄົມສາກົນ ກໍມີຫຼາຍທັດສະນະທີ່ກົງກັນຂ້າມກັນ ເຮັດໃຫ້ສະພາບການຂອງປະເທດນີ້ ນັບມື້ນັບຕົກເຂົ້າສູ່ສະພາບການຈົນຕາແຈ.
​ເວ​ເ​ນຊູ​ເອລາ ຕໍ່ໜ້າຄວາມ​ສ່ຽງ​ເກີ​ດສົງຄາມ​ພາຍ​ໃນ
ໃນສະພາບການຄວາມເຄັ່ງຕຶງໃນປັດຈຸບັນຢູ່ ເວເນຊູເອລາ, ບັນດານັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ຄວາມສ່ຽງເກີດສົງຄາມພາຍໃນອາດຈະເກີດຂຶ້ນ, ເມື່ອສອງຝ່າຍລ້ວນແຕ່ອີງໃສ່ກໍາລັງໜູນຫຼັງຂອງຕົນ ເພື່ອ “ຕໍ່ສູ້” ກັນໂດຍບໍ່ມີໃຜຍອມຜ່ອນສັ້ນຜ່ອນຍາວ.
TAG
VOV/VOVworld/ເວເນຊູເອລາ/Nicolas Maduro/Juan Guaido/ວິກິດການ