VOV WorldVOV World
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທາງ​ທິດ​ຕາ​ເວັນ​ອອກ - ການ​ກະ​ຕຸກ​ຊຸກ​ຍູ້​ຂອງ​ປະ​ເທດ ລັດ​ເຊຍ ໃນ​ສະ​ພາບ​ການ​ໃໝ່
07/09/2022 09:03
(VOVWORLD) -ເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ VII (EEF - 2022) ພວມດຳເນີນຢູ່ມະຫາວິທະຍາໄລສັງລວມ ສະຫະພັນຕາເວັນອອກໄກ (FEFU) ຢູ່ນະຄອນ Vladivosto ຂອງສະຫະພັນ ລັດເຊຍ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 4 – 5 ກັນຍາ, EEF – 2022 ດ້ວຍຫົວຂໍ້ “ເສັ້ນທາງມຸ່ງໄປເຖິງໂລກຫຼາຍຂົ້ວ”, ປຶກສາຫາລືກ່ຽວກັບການພັດທະນາຂອງເຂດຕາເວັນອອກໄກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ການຮ່ວມມືສາກົນ, ກໍ່ຄືວົງຈອນຜ່ານຜ່າວິກິດການ ແລະ ໂຄງສ້າງໃໝ່ຂອງໂລກ. ສຳຄັນທີ່ສຸດແມ່ນ EEF – 2022 ໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ມົດສະກູສົ່ງສານທີ່ວ່າ ບັນດາຄຳສັ່ງລົງໂທດໄດ້ເຮັດໃຫ້ປ່ຽນແປງບັນດາການພົວພັນລະຫວ່າງບັນດາປະເທດ, ພິເສດແມ່ນທຳລາຍບັນດາການພົວພັນດ້ານເສດຖະກິດ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທາງ​ທິດ​ຕາ​ເວັນ​ອອກ - ການ​ກະ​ຕຸກ​ຊຸກ​ຍູ້​ຂອງ​ປະ​ເທດ ລັດ​ເຊຍ ໃນ​ສະ​ພາບ​ການ​ໃໝ່
ພາບປະກອບ: CFP
TAG
VOV/VOVworld/ລັດ​ເຊຍ/EEF

More