ເວທີປາໄສເສດຖະກິດໂລກ ແລະ ບັນດາບັນຫາທີ່ເຄັ່ງຮ້ອນ
22/01/2016 11:35
ເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 46 ຫາກໍຖືກໄຂຂຶ້ນຢູ່ນະຄອນ ດາໂວດ ປະເທດສະວິດ. ນີ້ແມ່ນເຫດການປະຈຳປີທີ່ເຕົ້າໂຮມນັກການເມືອງ, CEO ແລະ ຜູ້ທີ່ມີຊື່ສຽງທີ່ມາຈາກຫຼາຍປະເທດປະມານ 2.500 ຄົນ
ເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 46 ຫາກໍຖືກໄຂຂຶ້ນຢູ່ນະຄອນ ດາໂວດ ປະເທດສະວິດ. ນີ້ແມ່ນເຫດການປະຈຳປີທີ່ເຕົ້າໂຮມນັກການເມືອງ, CEO ແລະ ຜູ້ທີ່ມີຊື່ສຽງທີ່ມາຈາກຫຼາຍປະເທດປະມານ 2.500 ຄົນ ເພື່ອປຶກສາຫາລືບັນດາບັນຫາເສດຖະກິດໃຫຍ່ໃນທົ່ວໂລກ. ໂດຍຖືກດຳເນີນໃນສະພາວະທີ່ເສດຖະກິດມີສັນຍານບໍ່ສະຫວ່າງສະໄຫວປານໃດ, ເວທີປາໄສປີນີ້ຖືກປົກຄຸມດ້ວຍບັນຍາກາດແຫ່ງຄວາມເປັນຫ່ວງຕໍ່ແງ່ຫວັງເສດຖະກິດທົ່ວໂລກ. ດ້ວຍຫົວເລື່ອງຕົ້ນຕໍ່ “ ເປັນເຈົ້າການປະຕິວັດອຸດສາຫະກຳຄັ້ງທີ 4 ”, ເປົ້າໝາຍຂອງ ເວທີປາໄສປີນີ້ ແມ່ນສ້າງຄວາມຮັບຮູ້ລວມກ່ຽວກັບບັນດາການປ່ຽນແປງຢ່າງວ່ອງໄວທາງດ້ານເຕັກໂນໂລຢີ ແລະ ສ້າງເປັນຮູບປະທຳໃນອະນາຄົດ.
TAG
vovworld/ເສດຖະກິດ
Related
More







